ຂ່າວສານ

ປະທານປະເທດຫງວຽນຊວນຟຸກ ຮັບຮູ້ບັນດາການປະກອບສ່ວນຂອງນັກທຸລະກິດອາຍຸສູງໃນການເຄື່ອນໄຫວຜະລິດ ດຳເນີນທຸລະກິດ

      ວັນທີ 27 ຕຸລາ, ທ່ານປະທານປະເທດຫງວຽນຊວນຟຸກໄດ້ລົງຢ້ຽມຢາມບໍລິສັດຫຸ້ນສ່ວນຜະລິດ ບໍລິການການຄ້າ ຜະລິດຕະພັນ ລາໂດຢາ ໃນແຂວງຮຶງອຽນ, ບໍລິສັດດອກໄພ, ຣ້າງດົງ
ປະທານປະເທດຫງວຽນຊວນຟຸກໄດ້ລົງຢ້ຽມຢາມບໍລິສັດຫຸ້ນສ່ວນຜະລິດ ບໍລິການການຄ້າ ຜະລິດຕະພັນລາໂດຢາ ໃນແຂວງຮຶງອຽນ
          ເນື່ອງໃນໂອກາດເດືອນກະທຳເພື່ອຜູ້ອາຍຸສູງ, ເດືອນນັກທຸລະກິດຫວຽດນາມ, ວັນທີ 27 ຕຸລາ, ທ່ານປະທານປະເທດຫງວຽນຊວນຟຸກໄດ້ລົງຢ້ຽມຢາມບໍລິສັດຫຸ້ນສ່ວນຜະລິດ ບໍລິການການຄ້າ ຜະລິດຕະພັນລາໂດຢາ ໃນແຂວງຮຶງອຽນ, ບໍລິສັດດອກໄພ, ຣ້າງດົງ. ນີ້ແມ່ນວິສາຫະກິດທີ່ພົ້ນເດັ່ນ 2 ແຫ່ງໃນຈຳນວນວິສາຫະກິດຫຼາຍແຫ່ງທີ່ມີການນຳແມ່ນຜູ້ອາຍຸສູງ.
     ພາຍຫຼັງທີ່ໄດ້ຢ້ຽມຢາມບາງວິສາຫະກິດ, ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳນະຄອນຮ່າໂນ້ຍ ແລະ ບັນດາສ່ວນບຸກຄົນເປັນຕົວແບບທີ່ກ້າວໜ້າຊຶ່ງແມ່ນຜູ້ອາຍຸສູງຄຸ້ມຄອງວິສາຫະກິດ. ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດານັກທຸລະກິດ ເຖິງວ່າ ມີອາຍຸສູງແລ້ວກໍຕາມ, ແຕ່ຍັງຄົງບໍລິຫານການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດເປັນຢ່າງດີ, ພ້ອມທັງສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນທຸກຊັ້ນຄົນຈົ່ງປະຕິບັດວຽກງານຮັກສາ, ເບິ່ງແຍງສຸຂະພາບ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງເປັນຢ່າງດີ .
(ແຫຼ່ງຄັດຈາກ VOV)


top