ຂ່າວສານ

ປະທານປະເທດພົບປະກັບບັນດານັກວິທະຍາສາດເຂົ້າຮ່ວມກອງປະຊຸມສຳມະນາ “ວິທະຍາສາດເພື່ອການພັດທະນາ”

ຕອນບ່າຍວັນທີ 11 ພຶດສະພາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການພົບປະສັງສັນກັບບັນດານັກວິທະຍາສາດ ຫວຽດນາມ ແລະ ສາກົນທີ່ມາເຂົ້າຮ່ວມກອງປະຊຸມສຳມະນາ “ວິທະຍາສາດເພື່ອການພັດທະນາ” ຊຶ່ງດຳເນີນຢູ່ ກຸຍເຍີນ ແຂວງ ບີງດິ້ງ ແຕ່ວັນທີ 09 – 10 ພຶດສະພາ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການພົບປະສັງສັນກັບບັນດານັກວິທະຍາສາດ ຫວຽດນາມ ແລະ ສາກົນ  (ພາບ: TTXVN)

ນີ້ແມ່ນກອງປະຊຸມສຳມະນາທີ່ນອນໃນຂອບເຂດລາຍການ “ພົບປະກັບ ຫວຽດນາມ” ຊຶ່ງໄດ້ຈັດຕັ້ງກົງກັບໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງລາຍການ “ພົບປະກັບ ຫວຽດນາມ”.

        ທີ່ການພົບປະສັງສັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ນຳພາ, ຊີ້ນຳການພັດທະນາວິທະຍາສາດ ແລະ  ການສຶກສາ, ຖືນັ້ນແມ່ນລັດຖະນະໂຍບາຍແຖວໜ້າ ແລະ ແມ່ນກຳລັງໜູນຊຸກຍູ້ການພັດທະນາປະເທດຊາດຢ່າງໝັ້ນຄົງ. ທ່ານປະທານປະເທດຕີລາຄາສູງແຂວງ ບີງດິ້ງ ໄດ້ຮ່ວມເດີນທາງ, ໜູນຊ່ວຍສະມາຄົມ “ພົບປະກັບ ຫວຽດນາມ ” ກໍ່ສ້າງ ແລະ ນຳສູນວິທະຍາສາດສາກົນ ແລະ ການສຶກສາລະຫວ່າງຂະແໜງ (ICISE) ເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນໃນເບືຶ້ອງຕົ້ນແຕ່ປີ 2013 ເພື່ອໃຫ້ນະຄອນ ກຸຍເຍີນ ກາຍເປັນຈຸດນັດພົບ, ເປັນສະຖານທີ່ພົບປະວິທະຍາສາດປະຈຳປີ ຂອງບັນດານັກວິທະຍາສາດ ຫວຽດນາມ - ສາກົນ.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ສະເໜີໃຫ້ບັນດານັກວິທະຍາສາດສາກົນ ສືບຕໍ່ສະໜັບສະໜູນລາຍການ “ພົບປະກັບ ຫວຽດນາມ”, ເພີ່ມທະວີການຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນຂົງເຂດວິທະຍາສາດ ແລະ ການສຶກສາ ເພື່ອໃຫ້ ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກ້ວາງຂວາງກ່ວາ, ພັດທະນາແບບຍືນຍົງກ່ວາ ກ່ຽວກັບເສດຖະກິດ ແລະ ສັງຄົມ ໂດຍອີງໃສ່ພື້ນຖານວິທະຍາສາດ ແລະ ການສຶກສາ.

(ແຫຼ່ງຄັດຈາກ VOV)



top