ຂ່າວສານ

ປະທານປະເທດປະດັບຫຼຽນໄຊແຮງງານໃຫ້ແກ່ນັກຮຽນທີ່ໄດ້ຮັບລາງວັນ ໂອລິມປິກ ແລະ ວິທະຍາສາດເຕັກນິກສາກົນ

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາຄູອາຈານ ແລະ ຂະແໜງການສຶກສາ ແລະ ຢືນຢັນວ່າ ນີ້ແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ, ອັນໄດ້ ນຳກຽດສະຫງ່າມາສູ່ປະເທດຊາດ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບບັນດານັກຮຽນໄດ້ຮັບຫຼຽນໄຊແຮງງານ

ຕອນບ່າຍວັນທີ 18 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການ ຕ້ອນຮັບ ແລະ ປະດັບຫຼຽນໄຊແຮງງານ ໃຫ້ບັນດານັກຮຽນ ທີ່ໄດ້ຮັບລາງວັນໂອລິມປິກ ແລະ ວິທະຍາສາດ ເຕັກນິກສາກົນ. ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ປະດັບ 6 ຫຼຽນໄຊແຮງງານຊັ້ນ 2 ແລະ 11 ຫຼຽນໄຊແຮງງານຊັ້ນ 3 ໃຫ້ນັກຮຽນມັດທະຍົມຕອນປາຍ 17 ຄົນຍ້ອນມີບັນດາຜົນງານດີເດັ່ນໃນການສອບເສັງໂອລິມປິກສາກົນຄັ້ງຕ່າງໆ ປີ 2021.

     ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາຄູອາຈານ ແລະ ຂະແໜງການສຶກສາ ແລະ ຢືນຢັນວ່າ ນີ້ແມ່ນຄວາມເອກອ້າງທະນົງໃຈຂອງຫວຽດນາມ, ອັນໄດ້ ນຳກຽດສະຫງ່າມາສູ່ປະເທດຊາດ.

(ແຫຼ່ງຄັດຈາກ VOV)


top