ຂ່າວສານ

ປະທານປະເທດປະດັບຊັ້ນຕຳແໜ່ງໃຫ້ບັນດານາຍທະຫານຫວຽດນາມ

      ຕອນບ່າຍວັນທີ 1 ກັນຍາ, ຢູ່ສຳນັກງານປະທານປະເທດ, ທ່ານ ເຈິ່ນດ້າຍກວາງ,        ປະທານປະເທດ ຫວຽດນາມໄດ້ມອບຂໍ້ຕົກລົງເລື່ອນຊັ້ນ ຕຳແໜ່ງພົນໂທ, ພົນຕີ,  ໃຫ້ບັນດານາຍທະຫານກອງທັບປະຊາຊົນ ຫວຽດນາມ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ປະດັບຊັ້ນຕຳແໜ່ງໃຫ້ບັນດານາຍທະຫານຫວຽດນາມ
      ທີ່ພິທີ, ຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ມອບຂໍ້ຕົກລົງເລື່ອນຊັ້ນຕຳແໜ່ງຈາກພົນຕີຂຶ້ນເປັນພົນໂທໃຫ້ທ່ານ ຟານວັນຢາງ, ກຳມະການ, ຜູ້ປະຈຳການຄະນະພັກການທະຫານສູນກາງ, ຫົວໜ້າກົມເສນາທິການ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ເລື່ອນຊັ້ນຕຳແໜ໋ງຈາກພົນຕີເປັນພົນໂທໃຫ້ທ່ານ ຫງວຽນຈ້ອງເຫງ້ຍ, ກຳມະການຄະນະພັກການທະຫານສູນກາງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ມອບຂໍ້ຕົກລົງເລື່ອນຊັ້ນຕຳແໜ່ງຈາກພົນຈັດຕະວາຂຶ້ນເປັນພົນຕີໃຫ້ທ່ານ ເຈິ່ນຫວຽດຄວາ, ກຳມະການຄະນະພັກການທະຫານສູນກາງ, ຫົວໜ້າອຳນວຍການວິທະຍາຄານ ປ້ອງກັນປະເທດ.
        ກ່າວຄວາມເຫັນນະພິທີ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຊີ້ແຈ້ງວ່າ: ນີ້ແມ່ນການຮັບຮອງ, ຕີລາຄາຂອງພັກ, ລັດທີ່ມີຕໍ່ການອຸທິດສ່ວນ, ປະກອບສ່ວນຂອງນາຍທະຫານກອງທັບປະຊາຊົນ ຫວຽດນາມ ໃນວິວັດແຫ່ງການກໍ່ສ້າງ, ຕໍສູ້ ແລະ ເຕີບໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

top