ຂ່າວສານ

ປະທານປະເທດ: ເມືອງຕຸຍເຟືອກຕັດສິນໃຈຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່ຢ່າງມີປະສິດທິຜົນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງບິ່ງດິ່ງ ມີ 84 ໃນຈຳນວນ 113 ຕາແສງບັນລຸມາດຖານຊົນນະບົດໃໝ່, ຢູ່ລະດັບສູງເມື່ອທຽບໃສ່ກັບທົ່ວປະເທດ. ທ່ານເນັ້ນໜັກວ່າໃນໄລຍະຈະມາເຖິງ.

ທ່ານປະທານປະເທດມອບບັງຢັ້ງຢືນບັນລຸມາດຖານຊົນນະບົດໃໝ່ໃຫ້ແກ່ການນຳເມືອງຕຸຍເຟືອກ.

(ພາບ: VOV)

ຂ້າພະເຈົ້າຫວັງວ່າ ເມືອງຕຸຍເຟຶອກກໍ່ມີຄວາມຄາດຫວັງພັດທະນາເພື່ອນຳເມືອງກ້າວຂຶ້ນພ້ອມກັບບັນດາເມືອງຊົນນະບົດທີ່ກ້າວໜ້າຂອງຫວຽດນາມ. ຕາມນັ້ນແລ້ວ, ຕ້ອງມີຄວາມຄາດຫວັງໃໝ່ໃນນັ້ນ ມີບັນຫາຫັນປ່ຽນໂຄງປະກອບເສດຖະກິດຢ່າງແຮງ ແລະ ພິເສດແມ່ນນຳໃຊ້ວິທະຍາສາດເຕັກໂນໂລຢີໂດຍສະເພາະແມ່ນ ເຕັກໂນໂລຢີ 4.0, ກະສິກຳດີຈີຕອນ, ຄຸ້ມຄອງຊຸມຊົນແບບດີຈີຕອນເພື່ອຮັບໃຊ້ປະຊາຊົນໃຫ້ດີກ່ວາອີກ. ເມືອງ ຕຸຍເຟືອກ ຕ້ອງກາຍເປັນເມືອງຊົນນະບົດ ໃໝ່ເປັນແບບຢ່າງ, ເມືອງຊົນນະບົດໃໝ່ລະດັບສູງຂອງ ຫວຽດນາມ.

ຕາມນັ້ນແລ້ວ, ປະທານປະເທດສະເໜີໃຫ້ເມືອງ ຕຸຍເຟືອກ ຄວນມີແຜນການຢ່າງລະອຽດ ດ້ວຍຂັ້ນຕອນທີ່ເໝາະສົມ, ເອົາໃຈໃສ່ຮັກສາສະພາບແວດລ້ອມທຳມະຊາດ ແລະ ສະພາບແວດລ້ອມສັງຄົມໃຫ້ແຫ່ປະຊາຊົນ.


top