ເວທີປາໄສຂັ້ນສູງຮ່ວມມືສາກົນ “ຂອບອ້ອມ ແລະ ແລວທາງ” ດ້ວຍຫົວຂໍ້ “ຂອບອ້ອມ ແລະ ແລວທາງ: ຮ່ວມມືເພື່ອຄວາມວັດທະນາຖາວອນລວມ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 14 ພຶດສະພາ ຢູ່ນະຄອນຫລວງ ປັກກີງ ປະເທດ ຈີນ
ທ່ານປະທານປະເທດ ເຈີ່ນດ້າຍກວາງ
ເຂົ້າຮ່ວມເວທີປາໄສມີການນຳຂັ້ນສູງມາຈາກ 29 ປະເທດ ພ້ອມກັບເລຂາທິການໃຫຍ່ສະຫະປະຊາຊາດ, ປະທານທະນາຄານໂລກ (WB), ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ແລະ ແຂກຖືກເຊີນປະມານ 1.500 ຄົນທີ່ມາຈາກກ່ວາ 130 ປະເທດ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານປະທານປະເທດ ເຈີ່ນດ້າຍກວາງ ນຳໜ້າ ຊຶ່ງລວມມີການນຳບາງກະຊວງ, ຂະແໜງການ. ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜີງ ເນັ້ນໜັກ ວ່າ: ຈີນ ພ້ອມກັບຫລາຍປະເທດລົງນາມໃນສັນຍາຮ່ວມມື “ຂອບອ້ອມ ແລະ ແລວທາງ”, ໃນນັ້ນ ລວມມີບັນດາໂຄງການເຊື່ອມຈອດກ່ຽວກັບຄົມມະນາຄົມຂົນສົ່ງ, ພື້ນຖານໂຄງລ່າງ, ພະລັງງານ…ກໍ່ຄືບັນດາໂຄງການອື່ນໆອີກ… ຈີນຈະເລີ່ມດຳເນີນບັນດາໂຄງການນີ້ ໃນໄລຍະນີ້, ເພື່ອຈະໄດ້ຮັບໝາກຜົນໂດຍໄວ.
(ແຫຼ່ງຄັດຈາກ VOV)