ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ບັງກະລາເທດ, ຕອນເຊົ້າວັນທີ 5 ມີນາ, ຕາມເວລາທ້ອງຖິ່ນ, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ ບັງກະລາເທດທີ່ນະຄອນຫຼວງ Dhaka, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina.
ປະທານປະເທດ ເຈີນດ້າຍກວາງ ເຈລະຈາກັບນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina
ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ສະແດງຄວາມພາກພູມໃຈ ແລະ ຕື້ນຕັນໃຈຕໍ່ໜ້າການຕ້ອນຮັບຢ່າງອົບອຸ່ນຊຶ່ງລັດ ແລະ ປະຊາຊົນບັງກະລາເທດ ໄດ້ສະຫງວນໃຫ້ແກ່ຄະນະຜູ້ແທນຂັ້ນສູງຫວຽດນາມ. ທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina ເຊື່ອໝັ້ນວ່າ ການຢ້ຽມຢາມຂອງ ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຈະເປີດກາລະໂອກາດເພື່ອນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່.
ການນຳ 2 ປະເທດຖືວ່າ 2 ປະເທດ ລ້ວນແຕ່ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນດ້ວຍຈຳນວນປະຊາກອນຫຼາຍ, ກຳລັງແຮງງານໜຸ່ມ ແລະ ປະຊາຄົມວິສາຫະກິດທີ່ຂະຫຍັນຂັນເຄື່ອນ, ແມ່ນປະຕູໄຂອອກສູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້, ດັ່ງນັ້ນ 2 ຝ່າຍຄວນຊຸກຍູ້ບັນດາທ່າໄດ້ປຽບນີ້ເພື່ອນຳມາເຊິ່ງໝາກຜົນແຫ່ງການຮ່ວມມືທີ່ແທດຈິງ. 2 ຝ່າຍຕີລາຄາສູງການຄ້າ 2 ຝ່າຍໄດ້ບັນລຸລະດັບເຕີບໂຕສູງ, ບັນລຸເກືອບ 900 ລ້ານ USD ໃນປີ 2017 ແລະ ເຫັນດີເປັນເອກະສັນສູ້ຊົນເພີີ່ມວົງເງິນນີ້ຂຶ້ນທົບ 2 ເທົ່າ ໃນປີ 2020.
2 ຝ່າຍໄດ້ແລກປ່ຽນກ່ຽວກັບຄວາມສາມາດຮ່ວມມືໃນຂະແໜງຕ່ຳແຜ່ນຕັດຫຍິບ, ຜະລິດເກີບໜັງ, ປຸງແຕ່ງອາຫານ, ຢຸກຢາ, ຊຸກຍູ້ການເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ບັງກະລາເທດ Sheikh Hasina ໝັ້ນໝາຍຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມເປີດກ້ວາງການລົງທຶນເຂົ້າສູ່ບັງກະລາເທດ.
ພາຍຫຼັງການເຈລະຈາ, ຜູ້ນຳທັງສອງໄດ້ມີການປະຊຸມກັບນັກຂ່າວ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ກ່າວວ່າ :
“ ກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ພວກຂ້າພະເຈົ້າເຫັນດີສົງ່ເສີມບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ວິສາຫະກິດຂອງ 2 ປະເທດ ຈົ່ງຄົ້ນຄ້ວາຂຸດຄົ້ນ ຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບ, ນຳສະເໜີບັນດາມາດຕະການລະອຽດ, ແນໃສ່ນຳວົງເງິນການຄ້າ 2 ສົ້ນບັນລຸລະດັບສູງກ່ວາ ແລະ ເພີ່ມທະວີການລົງທຶນລະຫວ່າງ 2 ຝ່າຍ. ພວກຂ້າພະເຈົ້າເຫັນດີສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດສິນຄ້າທີີ່ມີທ່າແຮງຂອງແຕ່ລະຝ່າຍ, ຄົ້ນຄ້ວາເປີດກ້ວາງການຮ່ວມມືໄປສູ່ບາງຂົງເຂດອື່ນໆທີ່ມີຄວາມສາມາດບົ່ມຊ້ອນ ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ປະຊາຄົມວິສາຫະກິດໄດ້ພົວພັນແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານອີກດ້ວຍ ”.
(ແຫຼ່ງຄັດຈາກ VOV)