ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ມອບຫຼຽນໄຊໃຫ້ບັນດານັກກິລາ, ຄູຝຶກດີເດັ່ນໃນ SEA Games 32

ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ ບັນດາຜົນງານດີເດັ່ນ, ບັນດາຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ຂອງຄູຝຶກ, ນັກກິລາ ແມ່ນແຫຼ່ງບັນດານໃຈໃຫ້ທົ່ວສັງຄົມ
  ທ່ານປະທານປະເທດ ຫວໍວັນເຖືອງ ມອບຫຼຽນໄຊໃຫ້ບັນດານັກກິລາ, ຄູຝຶກດີເດັ່ນໃນ SEA Games 32 (ພາບ:VOV)  

ຕອນເຊົ້າວັນທີ 23 ພຶດສະພາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະສັງສັນ, ອວຍພອນບັນດານັກກິລາ, ຄູຝຶກທີ່ຄ້ວາໄດ້ຫຼຽນຄຳດີເດັ່ນທີ່ງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 32 (SEA Games 32).   

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ ບັນດາຜົນງານດີເດັ່ນ, ບັນດາຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ຂອງຄູຝຶກ, ນັກກິລາ ແມ່ນແຫຼ່ງບັນດານໃຈໃຫ້ທົ່ວສັງຄົມ, ເພື່ອໃຫ້ແຕ່ລະຄົນລ້ວນແຕ່ມານະພະຍາຍາມປະຕິບັດສຳເລັດໜ້າທີ່, ວຽກງານຂອງຕົນໃຫ້ເປັນຢ່າງດີ. ທ່ານປະທານປະເທດ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນຍາມໃດກໍ່ເອົາໃຈໃສ່ ແລະ ສະຫງວນແຫຼ່ງກຳລັງທີ່ເໝາະສົມຕໍ່ໃຫ້ພາລະກິດກິລາຂອງປະເທດຊາດ; ສະເໜີໃຫ້ບັນດານັກກິລາ, ຄູຝຶກ, ສືບຕໍ່ສູ້ຊົນ, ຝຶກຝົນຫຼໍ່ຫຼອມ ເຈດຈຳນົງ, ຄຸນນະທາດ, ຈັນຍາບັນ, ວິຊາສະເພາະ ເພື່ອຟິຊິດບັນດາຜົນງານໃໝ່.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມອບຫຼຽນໄຊແຮງງານຊັ້ນ II ໃຫ້ນັກກິລາແລ່ນ ແລະ ລານ ຫງວຽນທິແອວັງ, ຜູ້ຄ້ວາໄດ້ຫຼຽນຄຳ 4 ຫຼຽນໃນ SEA Games 32, ຫຼຽນຄຳ 12 ຫຼຽນໃນ SEA Games ຄັ້ງຕ່າງໆ.


top