ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ພົບປະສັງສັນກັບບັນດາອະດິດການນຳຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຕື້ນຕັນໃຈທີ່ໄດ້ພົບປະກັບບັນດາອະດິດພະນັກງານຄະນະຊາວໜຸ່ມ ແລະ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ບັນດາອະດິດພະນັກງານຄະນະຊາວໜຸ່ມ, ເຖິງວ່າອາຍຸສູງແລ້ວກໍ່ຕາມແຕ່ຍັງເອົາໃຈໃສ່ເຖິງວຽກງານຂອງຊາວໜຸ່ມ.
ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ການພົບປະ

ຕອນເຊົ້າວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ຄະນະຕິດຕໍ່ພົວພັນ ອະດິດພະນັກງານຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດການພົບສັງສັນທີ່ເປັນມູນເຊື້ອກັບອະດິດພະນັກງານຄະນະຊາວໜຸ່ມຜ່ານໄລຍະຕ່າງໆ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມຕື້ນຕັນໃຈທີ່ໄດ້ພົບປະກັບບັນດາອະດິດພະນັກງານຄະນະຊາວໜຸ່ມ ແລະ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ບັນດາອະດິດພະນັກງານຄະນະຊາວໜຸ່ມ, ເຖິງວ່າອາຍຸສູງແລ້ວກໍ່ຕາມແຕ່ຍັງເອົາໃຈໃສ່ເຖິງວຽກງານຂອງຊາວໜຸ່ມ; ຍາມໃດກໍ່ປະເອີບໃຈ, ປະກອບສ່ວນຕັ້ງໜ້າເຂົ້າໃນວຽກງານຊາວໜຸ່ມ; ສ້າງແຫຼ່ງບັນດານໃຈກ່ຽວກັບນ້ຳໃຈອຸທິດສ່ວນ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດ ໄດ້ເນັ້ນໜັກເຖິງອຸດົມການຂອງພັກ, ຂອງຄະນະຊາວໜຸ່ມ, ນ້ຳໃຈຂອງປະຊາຊົນ, ຂອງເພື່ອນຮ່ວມກົມກອງ, ນ້ຳໃຈການປະຕິວັດ, ຄວາມຄາດຫວັງຢາກອຸທິດສ່ວນ ແລະ ມານະພະຍາຍາມບືນຕົວຂຶ້ນຂອງຄະນະຊາວໜຸ່ມ, ຂອງພະນັກງານຄະນະຊາວໜຸ່ມຍາມໃດກໍ່ເປັນສຳພາລະໃນຕະຫຼອດໄລຍະປະຕິບັດງານ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26/3/1931 – 26/3/2023), ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນໃຫ້ລຸ້ນໜຸ່ມ, ບັນດາສະມາຊິກຄະນະຊາວໜຸ່ມ, ໄວໜຸ່ມ ຍາມໃດກໍ່ຟົດຟື້ນ ແລະ ໜຸ່ມແໜ້ນ, ຮັກສາຄຸນນະທາດການເມືອງ, ສົມເປັນກຳລັງສືບທອດຂອງພັກ.

 


top