ຂ່າວສານ

ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ: ລະດົມທຸກແຫຼ່ງກຳລັງເພື່ອພັດທະນາເສດຖະກິດກະສິກຳ

ຄະນະກຳມະການປະຊາຊົນແຂວງ ຮ່ານາມ ແລະ ເມືອງ ຢູຍຕຽນ ໄດ້ຈັດງານບຸນ ລົງທົ່ງນາ ດ້ອຍເຊີນ ປີ 2022.

 

ທ່ານປະທານປະເທດ ຫງວຽນຊວັນຟຸກ ທີ່ງານງານບຸນ ລົງທົ່ງນາ ດ້ອຍເຊີນ ປີ 2022 (ພາບ: TTXVN)

ຕອນເຊົ້າ ວັນທີ 7 ກຸມພາ (ກົງກັບວັນທີ 7 ຂອງບຸນ ເຕັດປິຂານ 2022), ຢູ່ຕາແສງ ດ້ອຍເຊີນ, ເມືອງ ດູຍຕຽນ (ຮ່ານາມ), ຄະນະກຳມະການປະຊາຊົນແຂວງ ຮ່ານາມ ແລະ ເມືອງ ຢູຍຕຽນ ໄດ້ຈັດງານບຸນ ລົງທົ່ງນາ ດ້ອຍເຊີນ ປີ 2022.

ກ່າວຄຳເຫັນທີ່ງານບຸນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ງານບຸນ ລົງທົ່ງນາຂອງ ຮ່ານາມ ໄດ້ກາຍເປັນຈຸດດີງາມໃນການດຳເນີນຊິວິດວັດທະນະທຳຊຸມຊົນ - ງານບຸນທີ່ມີລັກສະນະມະນຸດສະທຳ, ແລະ ມີຄວາມໝາຍສົ່ງເສີມການກະເສດຢ່າງເລີກເຊິ່ງ, ສະແດງຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດໃນການຖຽງປ່າເຮັດໃຫ່, ເປີດກວ້າງທົ່ງນາ, ຍົກສູງທັດສະນະ, ຖືກະສິກຳເປັນພື້ນຖານເພື່ອຮັກສາສະຖຽນລະພາບຂອງປະເທດ ແລະ ສັງຄົມ. ພັກ, ລັດຍາມໃດກໍ່ສົ່ງເສີມ ແລະ ຍົກສູງການພັດທະນາຂອງກະສິກຳ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.

ໃນວັນດຽວກັນ, ຢູ່ແຂວງ ຮ່ານາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການພາກສ່ວນ 2 (ໄລຍະ 2) ທີ່ຂຶ້ນກັບໂຄງການລົງທຶນ ກໍ່ສ້າງສາຍທາງບົກເຊື່ອມຕໍ່ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫານຟອງ ກັບ ເສັ້ນທາງຄວາມໄວສູງ ເກົາແຢ - ນິງບິງ.

 (ແຫຼ່ງຄັດຈາກ VOV)

 


top