ຂ່າວສານ

ປະທານປະເທດ ຫວຽດນາມ ກວດກາວຽກງານປະຈຳການຍາມບຸນເຕັດ ຢູ່ກອງບັນຊາການທະຫານເຂດ 5

      ຕອນບ່າຍວັນທີ 16 ມັງກອນ, ຢູ່ນະຄອນ ດ່າໜັງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໄດ້ລົງໄປຢ້ຽມຢາມ ແລະ ກວດກາວຽກງານປະຈຳການກຽມພ້ອມຮັບມື ໃນໂອກາດບຸນປີປະຈຳຊາດປີຂານ 2022 ຂອງກອງບັນຊາການທະຫານເຂດ 5.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ລົງຢ້ຽມຢາມກວດກາວຽກງານປະຈຳການຍາມບຸນເຕັດ,
ກຽມພ້ອມາຮັບມື ຢູ່ກອງບັນຊາການທະຫານເຂດ 5 (ພາບ:TTXVN)
      ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ທະຫານເຂດ 5 ແມ່ນບໍລິເວນຈຸດສຸມ, ສະນັ້ນ, ສະເໜີໃຫ້ທະຫານເຂດ 5 ປະຕິບັດໜ້າທີ່ປະຈຳການ, ກຽມພ້ອມຮັບມືໃນສະພາບການທີ່ມີຜັນແປຫຼາຍຢ່າງເກີດຂຶ້ນແບບກະທັນຫັນ, ຄວາມໝັ້ນຄົງແບບໃໝ່ກ່ຽວຂ້ອງເຖິງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ, ສົມທົບກັບອົງຄະນະພັກສຳຫຼວດກວດກາ, ສືບຕໍ່ປະຕິບັດວຽກງານເບິ່ງແຍງດູແລການຕ້ອນຮັບບຸນເຕັດຂອງຄອບຄົວທະຫານ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທຸກຍາກໃນບໍລິເວນ, ໂດຍສະເພາະແມ່ນຢູ່ເຂດພູດອຍ, ຊາຍແດນ, ໝູ່ເກາະ ໃຫ້ເປັນຢ່າງດີ, ປະຕິບັດວຽກງານຕອບບຸນແທນຄຸນ, ວຽກງານແນວຫຼັງໃຫ້ດີກວ່າອີກ.
       ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍຮຽກຮ້ອງໃຫ້ພະນັກງານນັກຮົບທະຫານເຂດ 5 ສືບຕໍ່ຮັກສາ, ປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ກໍ່ສ້າງເສັ້ນຊາຍແດນມິດຕະພາບ, ສັນຕິພາບ, ຮ່ວມມືລະຫວ່າງ ຫວຽດນາມ ກັບ ລາວ ແລະ ກຳປູເຈຍ ໃຫ້ດີກວ່າອີກ.
(ແຫຼ່ງຄັດຈາກ VOV)


top