ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມສຳມະນາ “ທິດສະດີ-ພຶດຕິກຳກ່ຽວກັບການປ້ອງກັນປະເທດໃນສະພາບການໃໝ່”

ຕອນເຊົ້າວັນທີ 16 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງ ແຜນແມ່ບົດສະຫຼຸບຕີລາຄາມະຕິ ຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 8 ສະໄໝທີ 11 ກ່ຽວກັບຍຸດທະສາດປ້ອງກັນຊາດໃນ ສະພາບການໃໝ່ໄດ້ເປັນປະທານກອງປະຊຸມສຳມະນາ “ທິດສະດີ-ພຶດຕິກຳກ່ຽວກັບການປ້ອງກັນປະເທດໃນສະພາບການໃໝ່”.
  ທ່ານປະທານປະເທດ ຫງວຽນຊວນຟຸກກ່າວຄຳເຫັນ  

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ພາຍຫຼັງ 10 ປີແຫ່ງການຜັນຂະຫຍາຍປະຕິບັດມະຕິສູນກາງພັກຄັ້ງ ທີ 8 ສະໄໝທີ 11, ໝາກຜົນຮອບດ້ານແມ່ນການຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການກຳນົດທິດສັງຄົມນິຍົມ; ບົດບາດນຳພາຂອງພັກ ແລະ ການຄຸ້ມຄອງລັດ; ຮັບປະກັນສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບເພື່ອພັດທະນາປະເທດຊາດ; ຕໍ່ສູ້ເພື່ອເອົາຊະນະຕໍ່ບັນດາກົນອຸບາຍ ແລະ ເລ່ລຽມຂອງກຳລັງເປັນປໍລະປັກ; ປະກອບສ່ວນສຳຄັນເຂົ້າໃນຂະບວນການປ່ຽນໃໝ່ປະເທດຊາດ, ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ.


top