ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ມອບທຸງຊາດ 5.000 ຜືນໃຫ້ແກ່ລາຍການ “ທຸງຊາດ 1 ລ້ານຜືນພ້ອມກັບຊາວປະມົງຕິດພັນກັບທະເລ”

ໃນໄລຍະຈະມາເຖິງ, ຄາດວ່າລາຍການຈະມອບທຸງຊາດ 560.000 ຜືນໃຫ້ແກ່ 28 ແຂວງ, ນະຄອນທີ່ມີທະເລໃນທົ່ວປະເທດ.
(ລາຍການນີ້ໄດ້ຮັບການຜັນຂະຫຍາຍນັບແຕ່ວັນທີ 01 ມິຖຸນາ 2019 ຫາວັນທີ 01  ມິຖຸນາ 2021)

ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ປີແຫ່ງການປະຕິບັດລາຍການ “ທຸງຊາດ 1 ລ້ານຜືນພ້ອມກັບຊາວປະມົງຕິດພັນກັບທະເລ” ໂດຍໜັງສືພິມ ເງື່ອຍລາວດົ້ງ ນະຄອນໂຮ່ຈີມິນ (ຊາວຜູ້ອອກແຮງງານ ນະຄອນໂຮ່ຈີມິນ) ປຸກລະດົມ, ວັນທີ 11 ມິຖຸນາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງທຸງຊາດ 5.000 ຜືນມອບໃຫ້ບັນດາຊາວປະມົງຢູ່ບັນດາເຂດທະເລ, ໝູ່ເກາະໃນທົ່ວປະເທດ.

        ລາຍການ “ທຸງຊາດ 1 ລ້ານຜືນພ້ອມກັບຊາວປະມົງຕິດພັນກັບທະເລ” ໄດ້ຮັບການຜັນຂະຫຍາຍນັບແຕ່ວັນທີ 01 ມິຖຸນາ 2019 ຫາວັນທີ 01  ມິຖຸນາ 2021. ພາຍຫຼັງໄດ້ຮັບການຜັນຂະຫຍາຍເປັນເວລາເກືອບ 2 ປີ, ມາຮອດປະຈຸບັນ ລາຍການໄດ້ມອບທຸງຊາດກວ່າ 400.000 ຜືນໃຫ້ 19 ແຂວງ, ນະຄອນ (ເປົ້າໝາຍແມ່ນບັນດາຊາວປະມົງອອກຊາຍຝັ່ງ, ຕິດພັນກັບທະເລ, ພໍ່ແມ່ປະຊາຊົນດຳລົງຊີວິດຢູ່ລຽບຕາມເຂດຊາຍແດນທາງບົກ, ບັນດາປ້ອມປ້ອງກັນຊາຍແດນ…)

        ໃນໄລຍະຈະມາເຖິງ, ຄາດວ່າລາຍການຈະມອບທຸງຊາດ 560.000 ຜືນໃຫ້ແກ່ 28 ແຂວງ, ນະຄອນທີ່ມີທະເລໃນທົ່ວປະເທດ. ສິ່ງດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ພໍ່ແມ່ປະຊາຊົນຊາວປະມົງມີຄວາມອຸ່ນອ່ຽນໃຈ, ສາມັກຄີກັນ, ພ້ອມກັບອອກນອກຝັ່ງທະເລ, ຕິດພັນກັບທະເລເທົ່ານັ້ນ ຫາກຍັງຊ່ວຍໃຫ້ພໍ່ແມ່ປະຊາຊົນ, ນັກຮົບຢູ່ບັນດາເຂດຊາຍແດນ ຮ່ວມແຮງຮ່ວມໃຈປົກປັກຮັກສາເຂດຊາຍແດນຂອງປະເທດຊາດອີກດ້ວຍ.

(ແຫຼ່ງຄັດຈາກ VOV)


top