ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ລາຊະອານາຈັກອັງກິດແລະອຽກລັງເໜືອ ແລະ ແບນຊິກເຂົ້າຢ້ຽມອຳລາ

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ Gareth Ward, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງອາຍຸການຂອງທ່ານເອກອັກຄະລັດຖະທູດ ເຊິ່ງໄດ້ສ້າງ 2 ຂີດໝາຍສຳຄັນ
  ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Gareth Ward (ພາບ: TTXVN)  

ຕອນບ່າຍວັນທີ 06 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ Gareth Ward ແລະ ທ່ານເອກອັກຄະລັດຖະທູດລາຊະອານາຈັກ ແບນຊິກ Paul Jansen ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ Gareth Ward, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງອາຍຸການຂອງທ່ານເອກອັກຄະລັດຖະທູດ ເຊິ່ງໄດ້ສ້າງ 2 ຂີດໝາຍສຳຄັນ, ນັ້ນແມ່ນ 2 ຝ່າຍໄດ້ລົງນາມ ແລະ ໄປປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອັງກິດ ໃນເດືອນ ທັນວາ 2020 ແລະ ຮັບຮອງເອົາຖະແຫຼງການຮ່ວມໃນເດືອນ ກັນຍາ 2020 ກ່ຽວກັບຄູ່ຮ່ວມມືຍຸດທະສາດ, ມຸ່ງໄປເຖິງການຍົກລະດັບການພົວພັນໃນໄລຍະ 10 ປີຈະມາເຖິງ.

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດລາຊະອານາຈັກແບນຊິກ ປະຈຳ ຫວຽດນາມ Paul Jansen, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຂອບໃຈການນຳລາຊະອານາຈັກ ແບນຊິກ ແລະ ສ່ວນຕົວທ່ານເອກອັກຄະລັດຖະທູດ ທີ່ໄດ້ສະໜັບສະໜູນ, ໜູນຊ່ວຍ ຫວຽດນາມ ໃນວິວັດການເຈລະຈາ, ລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ແລະ ປາດຖະໜາວ່າ ລັດຖະສະພາ ແບນຊິກ ຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ.


top