ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ: ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງ ສືບຕໍ່ປະຕິບັດວຽກງານກໍ່ສ້າງ, ປັບປຸງພັກ, ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງຄະນະພັກ, ອົງການຈັດຕັ້ງພັກໃຫ້ເປັນຢ່າງດີ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງ ສືບຕໍ່ປະຕິບັດວຽກງານກໍ່ສ້າງ, ປັບປຸງພັກ, ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງຄະນະພັກ, ອົງການຈັດຕັ້ງພັກໃຫ້ເປັນຢ່າງດີ.

    

(ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ)

ວັນທີ 4 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງ (11 ເມສາ 2007 – 11 ເມສາ 2022).

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງ ສືບຕໍ່ປະຕິບັດວຽກງານກໍ່ສ້າງ, ປັບປຸງພັກ, ຍົກສູງປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງຄະນະພັກ, ອົງການຈັດຕັ້ງພັກໃຫ້ເປັນຢ່າງດີ. ດ້ວຍໜ້າທີ່ແກ່ນສານດັ່ງກ່າວ, ອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງ ແລະ ຄະນະພັກທຸກຂັ້ນ ຕ້ອງມີຄວາມຕິດພັນບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດສະບັບຕ່າງໆຂອງພັກ, ການຊີ້ນຳນຳພາຂອງກົມການເມືອງ, ຄະນະເລຂາ ເພື່ອສືບຕໍ່ຜັນຂະຫຍາຍທຸກດ້ານຂອງວຽກງານກໍ່ສ້າງພັກຢ່າງຮອບດ້ານ, ຄົບຊຸດ, ເລິກເຊິ່ງ, ຮັກສາຫຼັກການເຕົ້າໂຮມປະຊາທິປະໄຕ, ເສີມຂະຫຍາຍບົດບາດນຳພາ, ແກ່ນສານການເມືອງຂອງອົງການຈັດຕັ້ງພັກ ແລະ ຜູ້ນຳໜ້າ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງສ້າງຖັນແຖວພະນັກງານ, ສະມາຊິກພັກຂອງອົງຄະນະພັກກຸ່ມບັນດາອົງການຈັດຕັ້ງສູນກາງຕ້ອງມີຄວາມດຸໝັ້ນຂະຫຍັນພຽນ, ປະຢັດ, ສັດຊື່ບໍລິສຸດ, ທ່ຽງທຳຢ່າງແທ້ຈິງ ເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດຈິດສຸດໃຈ.

(ແຫຼ່ງຄັດຈາກ VOV)


top