ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ: ຍາມໃດ ຫວຽດນາມ ກໍ່ຈົດຈຳການສະໜັບສະໜູນຂອງເພື່ອນມິດສາກົນສຳລັບເຊັນສັນຍາ ປາຣີ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, 50 ປີໄດ້ຜ່ານພົ້ນໄປ ນັບແຕ່ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ໄດ້ຮັບການລົງນາມ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບຜູ້ແທນສາກົນ (ພາບ: TTXVN)  

ຕອນບ່າຍວັນທີ 13 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບຜູ້ແທນສາກົນ 25 ທ່ານທີ່ມາຈາກ 15 ປະເທດເພື່ອນເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, 50 ປີໄດ້ຜ່ານພົ້ນໄປ ນັບແຕ່ສັນຍາ ປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ໄດ້ຮັບການລົງນາມ. ໄຊຊະນະນີ້ບໍ່ພຽງແຕ່ແມ່ນຄວາມປະຕິຊົມຊື່ນ, ຄວາມເອກອ້າງທະນົງໃຈຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຄວາມປິຕິຊົມຊື່ນຂອງປະຊາຊົນຜູ້ຮັກຫອມສັນຕິພາບ ແລະ ຍຸຕິທຳໃນທົ່ວໂລກອີກດ້ວຍ. ຍາມໃດ ຫວຽດນາມ ກໍ່ຈົດຈຳການສະໜັບສະໜູນອັນລ້ຳຄ່າຂອງເພື່ອນມິດສາກົນທີ່ໄດ້ຮ່ວມເດີນທາງ, ສະໜັບສະໜູນ, ຊ່ວຍເຫຼືອປະຊາຊົນ ຫວຽດນາມ ໃນຕະຫຼອດໄລຍະຕໍ່ສູ້ທີ່ຍືດເຍື້ອຍາວນານ, ຫຍຸ້ງຍາກລຳບາກ, ຕິດຕາມການຜັນແປຢູ່ສະໜາມຮົບ ກໍ່ຄືໃນໂຕະເຈລະຈາ, ຕໍ່ສູ້ທາງສະຕິປັນຍາທີ່ຄັບຂັນຢູ່ ປາຣີ.

ທ່ານປະທານປະເທດ ເນັ້ນໜັກວ່າ ໃນສະພາບການໂລກຍັງຜ່ານຜ່າການຜັນແປຢ່າງໃຫຍ່ຫຼວງ ແລະ ສັບສົນຄືໃນປະຈຸບັນ, ຍາມໃດ ຫວຽດນາມ ກໍ່ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ຮ່ວມມືຢ່າງສະເໜີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດກັບທຸກໆປະເທດ.

 


top