ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ຈະຢ້ຽມຢາມສັນຖະວະໄມຕີປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການ

      ການຢ້ຽມຢາມແມ່ນໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລູນ ສີສຸລິດ.
      ວັນທີ 5 ສິງຫາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ: ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ຫວຽດນາມ ຈະມີການເດີນທາງຢ້ຽມຢາມສັນຖະວະໄມຕີ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9 ຫາ 10 ສິງຫາ 2021. ການຢ້ຽມຢາມແມ່ນໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ທອງລູນ ສີສຸລິດ.
 (ແຫຼ່ງຄັດຈາກ VOV)


top