ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສົບອະດີດນາຍົກລັດຖະມົນຕີຍີປຸ່ນ Abe Shinzo

ຕອນບ່າຍວັນທີ 27 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມພິທີສົບອະດີດ ນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ທີ່ຈັດຂຶ້ນຢູ່ນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ
  ທ່ານປະທານປະເທດ ຫງວຽນຊວນຟຸກ ວາງພວງມາລາອາໄລຫາທ່ານອະດີດນາຍົກລັດຖະມົນຕີ Abe Shinzo  

ທ່ານປະທານປະເທດ ຫງວຽນຊວນຟຸກ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ວາງພວງມາລາອາໄລຫາທ່ານນາຍົກລັດຖະມົນຕີ Abe Shinzo; ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ພັກເສລີປະຊາທິປະໄຕ, ລັດຖະບານ, ສະພາແຫ່ງຊາດ, ປະຊາຊົນຍີ່ປຸ່ນ ແລະ ຄອບຄົວຂອງທ່ານນາຍົກລັດຖະມົນຕີຕໍ່ການຈາກໄປ ຂອງອະດີດນາຍົກລັດຖະມົນຕີ.

  ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen  

ກ່ອນໜ້ານັ້ນ,ຄືໃນຕອນເຊົ້າວັນທີ 27 ກັນຍາ, ຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ, ເນື່ອງໃນໂອກາດເຂົ້າຮ່ວມພິທີສົບ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Abe Shinzo, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບການນຳຂັ້ນສູງຂອງບັນດາປະເທດ ແລະ ບັນດາຄູ່ຮ່ວມມືຕ່າງປະເທດ. . ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen, ການນຳ 2 ປະເທດໄດ້ສຸມໃສ່ປຶກສາຫາລືກ່ຽວກັບການຜັນຂະຫຍາຍ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022” ເສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງການ ພົວພັນທາງການທູດ (24/6/1967 - 24/6/2022); ຊຸກຍູ້ການຮ່ວມມືອັນແທດຈິງ ລະຫວ່າງສອງຝ່າຍ, ພິເສດແມ່ນດ້ານການຄ້າ ແລະ ການລົງທຶນ, ຜັນຂະຫຍາຍປະຕິບັດແຜນກຳນົດສັງລວມເຊື່ອມໂຍງສອງພື້ນຖານ ເສດຖະກິດ, ສົມທົບກັນປະຕິບັດບັນດາເປົ້າໝາຍກໍ່ສ້າງປະຊາຄົມ ອາຊຽນ ໂດຍສະເພາະແມ່ນໃນປີເປັນປະທານອາຊຽນ 2022 ຂອງກຳປູເຈຍ.

      ທີ່ການພົບປະລະຫວ່າງທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານປະທານສະພາເອີລົບ Charles Michel, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງຂອບເຂດຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ອີຢູ (EU), ຢືນຢັນວ່າ ຫວຽດນາມ ຖື EU ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ; ຊົມເຊີຍ EU ໄດ້ຍົກອອກ ຫຼາຍຍຸດທະສາດແລະລິເລີ່ມເພື່ອເພີ່ມທະວີການ ຮ່ວມມືກັບ ພາກພື້ນອາຊີ - ປາຊີຟິກ; ສະແດງໃຫ້ເຫັນເລື່ອງ ຫວຽດນາມ ພ້ອມແລ້ວໃຫ້ການ ໜູນຊ່ວຍ ຊຸກຍູ້ການພົວພັນອາຊຽນ - EU. 2 ຝ່າຍເຫັນດີເປັນເອກະພາບສົມທົບກັນຈັດຕັ້ງກອງປະຊຸມສຸດຍອດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນອາຊຽນ - ອີຢູ ຢ່າງສຳເລັດຜົນ. ທ່ານປະທານສະພາເອີລົບ Charles Michel ໄດ້ເຫັນດີເປັນເອກະສັນກ່ຽວກັບການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງ 2 ຝ່າຍ, ຕີລາຄາບັນດາແງ່ຫວັງດ້ານການຄ້າ, ການລົງທຶນ ແລະ ການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດລະຫວ່າງ ຫວຽດນາມ ແລະ EU.

top