ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ ພົບປະກັບຜູ້ວ່າການລັດ Geneva

ຕອນເຊົ້າວັນທີ 28/11 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ Geneva, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມລັດ Geneva (ສະວິດ).

ທີ່ການຕ້ອນຮັບ, ຜູ້ວ່າການລັດ Geneva ທ່ານ Serge Dal Busco ໄດ້ສະແດງຄວາມເປັນກຽດຕ້ອນຮັບທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ.  ທ່ານ ຕີລາຄາສູງບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ;  ສະແດງຄວາມພາກພູມໃຈຕໍ່ບັນດາໝາກຜົນອັນດີງາມຂອງການພົວພັນຮ່ວມມືຫຼາຍດ້ານທີ່ສອງຝ່າຍບັນລຸໄດ້ນັບແຕ່ສ້າງຕັ້ງການພົວພັນທາງການທູດເມື່ອປີ 1971 ແລະ ເຊື່ອໝັ້ນວ່ານີ້ແມ່ນພື້ນຖານອັນໜັກແໜ້ນ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

   ທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງຄວາມຍິນດີມາຢ້ຽມຢາມລັດ Geneva ແລະ ໃຫ້ຮູ້ວ່າ ຈຸດປະສົງຂອງການຢ້ຽມຢາມສະວິດໃນຄັ້ງນີ້, ແມ່ນຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ສະວິດ, ທ່ານປະທານປະເທດ ຫງວຽນຊວນຟຸກ ປາດຖະໜາວ່າ ການນຳນະຄອນ Geneva ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ເປີດກວ້າງການລົງທຶນ ແລະ ການຮ່ວມມືດຳເນີນທຸລະກິດກັບຫວຽດນາມ. 

      ສ່ວນທ່ານ Serge Dal Busco ຜູ້ວ່າການລັດ Geneva ຕີລາຄາວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ Geneva ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ, ພິເສດແມ່ນດ້ານເສດຖະກິດ, ການທ່ອງທ່ຽວ, 2 ຝ່າຍຕ້ອງມານະພະຍາຍາມເພີ່ມທະວີການພົວພັນ ແລະ ແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງການເຄື່ອນໄຫວເພື່ອຫັນຄວາມສາມາດບົ່ມຊ້ອນດັ່ງກ່າວໃຫ້ປະກົດຜົນເປັນຈິງ, ປະກອບສ່ວນຊຸກຍູ້ການພັດທະນາສາຍ ພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.  

ກ່ອນໜ້ານັ້ນ, ໃນວັນທີ 27 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດ DKSH ເຊິ່ງເປັນວິສາຫະກິດແຖວໜ້າຂອງ ສະວິດ ທີ່ພວມສະໜອງການບໍລິການພັດທະນາຕະຫຼາດໃຫ້ບັນດາບໍລິສັດທີ່ຢາກພັດທະນາການດໍາເນີນທຸລະກິດຢູ່ ຫວຽດນາມ ແລະ ພວມສ້າງວຽກເຮັດງານທຳໃຫ້ແຮງານ ຫວຽດນາມ ປະມານ 5.000 ຄົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ກຸ່ມບໍລິສັດ ສືບຕໍ່ລົງທຶນທຳການຜະລິດຢູ່ ຫວຽດນາມ ກໍຄື ຍູ້ແຮງການສົ່ງອອກໃນໄລຍະຈະມາເຖິງ. ໃນນັ້ນ, ຜະລິດຕະພັນການຢາ ແມ່ນຂົງເຂດທີ່ ຫວຽດນາມ ມີຄວາມບົ່ມຊ້ອນຫຼາຍຢ່າງ ເຊິ່ງ ກຸ່ມບໍລິສັດນີ້ຕ້ອງການຄົ້ນຄວ້າລົງທຶນ.

        ນອກຈາກນັ້ນ, ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ໃນກອງປະຊຸມ COP 26 ຜ່ານມາ, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຫຼຸດປະລິມານການປ່ອຍອາຍພິດເຮືອນລົງເປັນ 0 ໃນປີ 2050 ສະນັ້ນ ຈະສຸມໃສ່ການພັດທະນາພະລັງງານສະອາດ, ພະລັງງານຜະລິດຄືນໃໝ່. ດັ່ງນັ້ນ, ຫວຽດນາມ ຫວັງວ່າ ບັນດາບໍລິສັດຂອງ ສະວິດ ຈະລົງທຶນເຕັກໂນໂລຢີສູງ ແລະ ໄປກ່ອນຕັດໜ້າໃນຂົງເຂດນີ້. ຫວຽດນາມ ຈະເອື້ອອຳນວຍຄວາມສະດວກໃຫ້ວິສາຫະກິດ ສະວິດ ຮ່ວມມືລົງທຶນກັບ ວິສາຫະກິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top