ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ ພົບປະກັບກຳມະກອນຜູ້ດີເດັ່ນໃນຂະແໜງໄຟຟ້າ

ຕອນບ່າຍວັນທີ 18 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບກຳມະກອນດີເດັ່ນ 122 ຄົນ ທີ່ຫາກໍ່ໄດ້ຮັບການຍ້ອງຍໍໃນ “ງານປະກວດນາຍຊ່າງ ດີເດັ່ນຂັ້ນກຸີ່ມບໍລິສັດ ໄຟຟ້າຫວຽດນາມ (EVN) ປີ 2022”.

ຕອນບ່າຍວັນທີ 18 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບກຳມະກອນດີເດັ່ນ 122 ຄົນ ທີ່ຫາກໍ່ໄດ້ຮັບການຍ້ອງຍໍໃນ “ງານປະກວດນາຍຊ່າງ ດີເດັ່ນຂັ້ນກຸີ່ມບໍລິສັດ ໄຟຟ້າຫວຽດນາມ (EVN) ປີ 2022”.

    

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ,ມອບຂອງຂວັນທີ່ລະນຶກໃຫ້ແກ່ກຳມະກອນດີເດັ່ນໃນ EVN

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ເນັ້ນໜັກວ່າ: ໃນຍຸກການປະຕິວັດອຸດສາຫະກຳ 4.0 ແລະ ການແກ່ງແຍ້ງຢ່າງຂ້ຽວຂາດໃນການພັດທະນາຂອງບັນດາປະເທດ, ຕ້ອງປັບປຸງບັນດາຂະແໜງການສຳຄັນຄື ອຸດສາຫະກຳໄຟຟ້າໃຫ້ທັນສະໄໝ ແມ່ນສຳຄັນ ແລະ ຮີບດ່ວນ. ເພື່ອເຮັດໄດ້ເຊັ່ນນັ້ນ ກໍຕ້ອງລົງທຶນພັດທະນາຖັນແຖວກຳມະກອນເຕັກນິກສູງ ນັບທັງດ້ານຈຳນວນ ແລະ ຄຸນນະພາບ. ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ:EVN ຕ້ອງຜັນຂະຫຍາຍປະຕິບັດ ເປົ້າຫມາຍ "ເອົາໃຈໃສ່ ສ້າງຖັນແຖວກຳມະກອນ ຫນຸ່ມທີ່ມີລະດັບການສຶກສາສູງ, ຊໍານິຊໍານານ ແລະມີທັກສະວິຊາຊີບ, ເທົ່າທຽມກັບລະດັບພາກພື້ນ ແລະ ສາກົນ, ມີຫຼັກໝັ້ນຊົນຊັ້ນ ແລະ ມີຄຸນທາດການເມືອງຢ່າງໝັ້ນຄົງໜັກແໜ້ນ, ກາຍເປັນພາກສ່ວນທີ່ຫຼັກແຫຼ່ງຂອງຂອງຊົນຊັ້ນກຳມະກອນ” ຂອງມະຕິສູນກາງພັກ 6 ສະໄໝທີ X . ໂດຍແມ່ນກຸ່ມບໍລິສັດ ໃຫຍ່ແຫ່ງຊາດ, EVN ຕ້ອງສົມທົບກັບບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອສືບຕໍ່ກວດກາ ປັບປຸງບັນດາກົນໄກ ແລະ ນະໂຍບາຍພັດທະນາຊັບພະຍາກອນມະນຸດໃຫ້ສົມບູນແບບ, ໂດຍສະເພາະແມ່ນສຸມໃສ່ບຳລຸງສ້າງ ແລະ. ພັດທະນາຖັນແຖວກຳມະກອນ ຜູ້ອອກແຮງງານທີ່ມີສີມືການຊ່າງສູງ.

ແຫຼ່ງຄັດຈາກ VOV


top