ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ ປຸກລະດົມວັນບຸນປູກຕົ້ນໄມ້ຢູ່ແຂວງຝູເຖາະ

ວັນທີ 6 ກຸມພາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້ “ຮູ້ບຸນຄຸນລຸງໂຮ່ ຕະຫຼອດການ”  ລະດູບານໃໝ່ປີ ຂານ 2022 ໂດຍແຂວງຝູເຖາະສົມທົບກັບກະຊວງກະສິກຳແລະພັດທະນາຊົນນະບົດຫວຽດນາມຈັດຂຶ້ນຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ.
ທ່ານປະທານປະເທດ ຫງວຽນຊວນຟຸກ ຕີກອງເປີດວັນບຸນປູກຕົ້ນໄມ້

ກ່າວຄຳເຫັນທີ່ພິທີ ທ່ານປະທານປະເທດໄດ້ຢ້ຳຄືນຄຳຮຽກຮ້ອງຂອງລຸງໂຮ່ “ລະດູບານໃໝ່ແມ່ນວັນບຸນປູກຕົ້ນໄມ້ ເຮັດໃຫ້ປະເທດຊາດຍິ່ງໝັ້ນຄົງເຂັ້ມແຂງ” ພ້ອມກັນນັ້ນ ທ່ານກໍ່ເນັ້ນໜັກວ່າ ມວນມະນຸດພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍອັນໃຫຍ່ຫຼວງຈາກການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ, ບັນດາປາກົດການດິນຟ້າອາກາດທີ່ຮ້າຍແຮງ ພະຍຸນ້ຳຖ້ວມ ດິນເຊາະເຈື່ອນໄພແຫ້ງແລ້ງ ນ້ຳທະເລຊຶມ ອັນໄດ້ກໍ່ຜົນຮ້າຍຢ່າງນັກໜ່ວງຕໍ່ຊີວິດອິນຊີແລະ ຊັບສິນຂອງປະຊາຊົນ. ດັ່ງນັ້ນການປູກຕົ້ນໄມ້ເປັນປ່າປົກປັກຮັກສາປ່ານັບມື້ນັບມີບົດບາດສຳຄັນ ທັງແມ່ນໜ້າທີ່ຮີບດ່ວນທັງມີຄວາມໝາຍຍຸດທະສາດທີ່ມີຕໍ່ການດຳລົງຊີວິດຂອງປະຊາຊົນແລະການພັດທະນາປະເທດຊາດແບບຍືນຍົງ. ທ່ານປະທານປະເທດໄດ້ຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນໃນທົ່ວປະເທດຈົ່ງຫ້າວຫັນເຂົ້າຮ່ວມວັນບຸນປູກຕົ້ນໄມ້, ປູກຕົ້ນໄມ້ເປັນປ່ານັບແຕ່ຊຸມວັນຕົ້ນລະດູບານໃໝ່ ເພື່ອປະເທດຫວຽດນາມຂຽວງາມ, ປະກອບສ່ວນສ້າງສາປະເທດຊາດຫວຽດນາມ ໃຫ້ຂຽວສົດງົດງາມແລະໝັ້ນຄົງຕະຫຼອດໄປ.

     ພາຍຫຼັງຕີກອງເປີດວັນບຸນປູກຕົ້ນໄມ້ ທ່ານປະທານປະເທດຫງວຽນຊວນຟຸກ ພ້ອມກັບການນຳບາງກະຊວງຂະແໜງການແລະທ້ອງຖິ່ນແລະຊາວແຂວງຝູເຖາະ ໄດ້ປູກຕົ້ນໄມ້ຢູ່ເຂດປູຊະນີຍະສະຖານວິຫານຮຸ່ງ.

(ແຫຼ່ງຄັດຈາກ VOV)


top