ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫານາຍົກລັດຖະມົນຕີ ຫວໍວັນກຽດ

ທ່ານປະທານປະເທດໄດ້ຊົມເຊີຍອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫວີງລອງ ໄດ້ກໍ່ສ້າງ, ບູລະນະປະຕິສັງຂອນເຂດອະນຸສາວະລີນາຍົກລັດຖະມົນຕີ ຫວໍວັນກຽດ ໃຫ້ນັບມື້ນັບໃຫຍ່ໂຕສວຍງາມ
  ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ປູກຕົ້ນໄມ້ທີ່ລະນຶກ (ພາບ: ສຳນັກຂ່າວສານ ຫວຽດນາມ)  

 ຕອນບ່າຍວັນທີ 11 ມິຖຸນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບການນຳລັດຖະບານໄດ້ໄປຖະຫວາຍທູບທຽນ, ໄວ້ອາໄລ, ຈາລຶກບຸນຄຸນທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ທີ່ເຂດອະນຸສາວະລີນາຍົກລັດຖະມົນຕີ ຫວໍວັນກຽດ ຢູ່ເທດສະບານ ຫວູງລຽມ, ເມືອງ ຫວູລຽມ, ແຂວງ ຫວີງລອງ.

ທ່ານປະທານປະເທດໄດ້ຊົມເຊີຍອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຫວີງລອງ ໄດ້ກໍ່ສ້າງ, ບູລະນະປະຕິສັງຂອນເຂດອະນຸສາວະລີນາຍົກລັດຖະມົນຕີ ຫວໍວັນກຽດ ໃຫ້ນັບມື້ນັບໃຫຍ່ໂຕສວຍງາມ ເພື່ອໃຫ້ສະຖານທີ່ແຫ່ງນີ້ແມ່ນບ່ອນສຶກສາມູນເຊື້ອໃຫ້ລຸ້ນໜຸ່ມຕະຫຼອດໄປ. ທີ່ເຂດອະນຸສາວະລີ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ປູກຕົ້ນໄມ້ທີ່ລະນຶກ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມບໍລິສັດ ກວກຖາວ ຈຳກັດ, ໂດຍແມ່ນວິສາຫະກິດດີເດັ່ນຂອງແຂວງ ຫວີງລອງ, ຜະລິດ ແລະ ປຸງແຕ່ງຜະລິດຕະພັນກະເສດສົ່ງອອກໄປຍັງ ອາເມລິກາ, ເອີລົບ.


top