ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດໂຮນລັງ, ສະວິດ ເຂົ້າຢ້ຽມອຳລາ

ທ່ານປະທານປະເທດ ໃຫ້ຮູ້ວ່າ: ປະຈຸບັນ, ບັນດາກົນໄກຮ່ວມມືຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງແຫຼ່ງນ້ຳ (2010) ...

ທ່ານປະທານປະເທດ ໃຫ້ຮູ້ວ່າ: ປະຈຸບັນ, ບັນດາກົນໄກຮ່ວມມືຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງແຫຼ່ງນ້ຳ (2010) ...

   

ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ໂຮນລັງ Elsbeth Akkermann

ຕອນເຊົ້າວັນທີ 12 ກໍລະກົດ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ໂຮນລັງ Elsbeth Akkermann ແລະ ທ່ານເອກອັກຄະລັດຖະທູດ ສະວິດ Ivo Sieber, ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

        ໃນການຕ້ອນຮັບທ່ານນາງ ເອກອັກຄະລັດຖະທູດ ໂຮນລັງ Elsbeth Akkermann, ທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນວ່າ: ໂຮນລັງ ຍາມໃດກໍ່ແມ່ນຄູ່ຮ່ວມມືດ້ານການຄ້າແຖວໜ້າ ແລະ ແມ່ນນັກລົງທຶນໃຫຍ່ຂອງ ສະຫະພາບເອີລົບ (EU) ຢູ່ ຫວຽດນາມ. ທ່ານປະທານປະເທດ ໃຫ້ຮູ້ວ່າ: ປະຈຸບັນ, ບັນດາກົນໄກຮ່ວມມືຄູ່ຮ່ວມມືຍຸດທະສາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງແຫຼ່ງນ້ຳ (2010) ແລະ ຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກຳແບບຍືນຍົງ ແລະ ການຄ້ຳປະກັນສະບຽງອາຫານ (2014) ໄດ້ຮັບການຮັກສາໄວ້ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນ. ທ່ານປະທານປະເທດຢັ້ງຢືນວ່າ ຫວຽດນາມ ສືບຕໍ່ຮຽນຮູ້ເອົາບົດຮຽນຈາກ ໂຮນລັງ ພ້ອມທັງສະເໜີໃຫ້ສອງປະເທດຍູ້ແຮງການແລກປ່ຽນຄະນະຜູ້ແທນໂດຍກົງ, ພິເສດແມ່ນຂັ້ນສູງ; ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືເສີມຂະຫຍາຍຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ.

ທີ່ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສະວິດ Ivo Sieber, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ: ສະວິດແມ່ນຄູ່ຮ່ວມມືເສດຖະກິດສຳຄັນຂອງ ຫວຽດນາມ; ສະເໜີໃຫ້ ສະວິດ ຊຸກຍູ້ການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມແລກປ່ຽນການຄ້າເສລີ ເອີລົບ - EFTA ໃຫ້ສຳເລັດຜົນ, ທ່ານປະທານປະເທດ ຫວຽດນາມ ຖືວ່າ: ສັນຍາສະບັບນີ້ຈະເປີດຫຼາຍກາລະໂອກາດໃຫ້ແກ່ການລົງທຶນ ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນກ່ຽວກັບດ້ານການເງິນ - ທະນາຄານ, ປະກັນໄພ, ອຸດສາຫະກຳປຸງແຕ່ງ, ການຢາ, ປຸງແຕ່ງຜະລິດຕະພັນກະເສດ, ການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)


top