ຂ່າວສານ

ປະທານປະເທດ ຫງວຽນຊວນຟຸກ: ຄວນທະວີຄູນບັນດາແບບຢ່າງຊາວໜຸ່ມຕະລຸມບ່ອນທີ່ດີເດັ່ນຢ່າງແຮງ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາຜູ້ແທນສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາຜູ້ແທນສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

   

ທ່ານປະທານປະເທດ ຫງວຽນຊວນຟຸກ ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນ

ຕອນເຊົ້າວັນທີ 26 ກໍລະກົດ, ທີ່ສຳນັກງານປະທານປະເທດ, ກ່າວຄຳເຫັນທີ່ການພົບປະກັບຜູ້ແທນຂອງສະມາຄົມອະດີດຊາວໜຸ່ມຕະລຸມບ່ອນ ຫວຽດນາມ 100 ຄົນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ບັນດາຜູ້ແທນສືບຕໍ່ປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພິເສດ, ອະດີດຊາວໜຸ່ມຕະລຸມບ່ອນຫຼາຍຄົນໄດ້ເສີມຂະຫຍາຍມູນເຊື້ອທີ່ສະຫງ່າລາສີ, ຄວາມມານະພະຍາຍາມບື່ນຕົວຂຶ້ນໃນການດຳລົງຊີວິດ, ສ້າງເສດຖະກິດເກັ່ງ, ເປັນແບບຢ່າງທີ່ໃສແຈ້ງໃຫ້ແກ່ລູກຫຼານ ແລະ ລຸ້ນໜຸ່ມຢູ່ທ້ອງຖິ່ນ:

        “ຮູບພາບທີ່ຕ້ອງທະວີຄູນຢ່າງແຮງກ່ວາອີກນັ້ນແມ່ນຊ່ວຍເຫຼືອກັນສ້າງເສດຖະກິດ, ລົບລ້າງຄວາມອຶດຫິວທຸກຍາກ. ຊາວໜຸ່ມຕະລຸມບ່ອນບໍ່ພຽງແຕ່ມີການກະທຳທີ່ພິລະອາດຫານໃນການຕໍ່ສູ້ເທົ່ານັ້ນ ຫາກຍັງແມ່ນແບບຢ່າງທີ່ໃສແຈ້ງໃນການລົບລ້າງຄວາມອຶດຫິວທຸກຍາກ, ໃນການພັດທະນາ, ສ້າງເສດຖະກິດຢູ່ທຸກເຂດພາກຂອງປະເທດຊາດ. ສິ່ງດັ່ງກ່າວແມ່ນສຳຄັນທີ່ສຸດໃນໄລຍະໃໝ່”.

(ແຫຼ່ງຄັດຈາກ VOV)


top