ຂ່າວສານ

ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຮັບການເລືອກຕັ້ງຄືນໃໝ່ໃນອາຍຸການທີ 2

ຕອນເຊົ້າວັນທີ 17 ມີນາ, ທີ່ຫໍສະພາປະຊາຊົນຢູ່ນະຄອນຫລວງ ປັກກິງ (ຈີນ), ກອງປະຊຸມຄັ້ງປະຖົມມະເລິກ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຊຸດທີ 13 ໄດ້ເລືອກຕັ້ງທ່ານ ສິີຈິ້ນຜິງ ເປັນປະທານປະເທດ, ປະທານຄະນະພັກການທະຫານສູນກາງອີກອາຍຸການໜຶ່ງ; ທ່ານ ຫຼີແຈນຊູ ເປັນປະທານສະພາແຫ່ງຊາດ. ອາຍຸການທີ 2 ຂອງທ່ານປະທານປະເທດ ສີຈິ້ນຜິງ ຈະສິ້ນສຸດລົງໃນປີ 2023.

ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຮັບການເລືອກຕັ້ງຄືນໃໝ່ໃນອາຍຸການທີ 2 

ພາຍຫລັງໄດ້ຮັບການເລືອກຕັ້ງ, ທ່ານປະທານປະເທດ ສີຈິ້ນຜິງ ແລະ ບັນດາເຈົ້າໜ້າທີ່ ທີ່ຫາກໍ່ໄດ້ຮັບການເລືອກຕັ້ງໄດ້ສາບານຕົວຈົ່ງຮັກພັກດີຕໍ່ລັດຖະທຳມະນູນ.

        ແລະກໍ່ໃນຕອນເຊົ້າວັນທີ 17 ມີນາ, ກອງປະຊຸມຄັ້ງປະຖົມມະເລິກສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຊຸດທີ 13 ໄດ້ລົງຄະແນນສຽງຮັບຮອງເອົາແຜນການປະຕິຮູບຄະນະລັດຖະບານດ້ວຍຂອບຂະໜາດໃຫຍ່ ເພື່ອແນໃສ່ປັບປຸງກົງຈັກລັດຖະບານເຄື່ອນໄຫວຢ່າງມີປະສິດທິຜົນກ່ວາ . ຕາມນັ້ນແລ້ວ, ຄະນະລັດຖະບານລວມມີ 26 ກະຊວງ ແລະ ຄະນະກຳມະການ. ບັນດາກະຊວງໄດ້ສ້າງຕັ້ງໃໝ່ຕາມແຜນການ ນັ້ນແມ່ນກະຊວງຊັບພະຍາກອນ, ກະຊວງບັນດາບັນຫານັກຮົບເກົ່າ ແລະ ກະຊວງສະພາວະສຸກເສີນ.

(ແຫຼ່ງຄັດຈາກ VOV)



top