ຂ່າວສານ

ປະທານປະເທດ ຈີນ ຢ້ຽມຢາມ ຫວຽດນາມ

      ວັນທີ 10 ພະຈິກ, ທ່ານປະທານປະເທດ ຈີນ ສີຈິນຜິງ ຈະເຂົ້າຮ່ວມສັບປະດາຂັ້ນສູງ APEC ຢູ່ ດ່າໜັງ ກ່ອນທີ່ຈະມີການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ. 

ທ່ານ ຮ໋າງກົວຈຽງ 
      ຢູ່ນອກກອງປະຊຸມສຸດຍອດວິສາຫະກິດ APEC ນັກຂ່າວ VOV ໄດ້ສຳພາດທ່ານ  ຮ໋າງກົວຈຽງ ປະທານສະພາຮ່ວມມືເສດຖະກິດ ປາຊີຟິກ ກ່ຽວກັບຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານປະເທດ ຈີນ ສີຈິນຜິງ ກໍ່ຄືຕີລາຄາກ່ຽວກັບວຽກງານຈັດຕັ້ງ APEC ຂອງປະເທດເຈົ້າພາບ ຫວຽດນາມ. ທ່ານ ຮ໋າງກົວຈຽງ ໃຫ້ຮູ້ວ່າ: ການເຄື່ອນໄຫວຂອງທ່ານປະທານປະເທດ ສີຈິນຜິງ ຢູ່ ຫວຽດນາມ ມີຄວາມໝາຍສຳຄັນຍິ່ງ. ໃນຊຸມປີຜ່ານມາ, ການພົວພັນ 2 ປະເທດ, ການພົວພັນ 2 ພັກພັດທະນາ ດີງາມທີ່ສຸດ; ບົນພື້ນຖານສັນຕິພາບ, ເຄົາລົບບັນດາຫຼັກການລວມ, ທັງ 2 ຝ່າຍພ້ອມກັນມານະພະຍາຍາມ ນັ້ນ ຂ້າພະເຈົ້າເຊື່ອໝັ້ນວ່າ ການພົວພັນນັ້ນ ຈະນັບມື້ນັບຈົບງາມ.
 (ແຫຼ່ງຄັດຈາກ VOV)

top