ຂ່າວສານ

ປະທານ ໂຮ່ຈີມິນ ຍາມໃດກໍ່ຢູ່ໃນດວງໃຈຂອງປະຊາຊົນ ເວເນຊູເອລາ ແຕ່ລະຄົນ

ມໍລະດົກແນວຄິດທີ່ຍິ່ງໃຫຍ່ເຊິ່ງ ປະທານ ໂຮ່ຈີມິນ ປະໄວ້ໃຫ້ ພັກ ແລະ ປະຊາຊົນ ຫວຽດນາມ ແມ່ນເຂັ້ມຊີ້ທິດໃຫ້ທຸກໄຊຊະນະຂອງການປະຕິວັດ ຫວຽດນາມ.
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ໃນ​ຂອບ​ເຂດການ​ຢ້ຽມ​ຢາມ ສາທາລະນະລັດ ໂບ​ລີເວຍ ເວ​ເນ​ຊູ​ເອ​ລາ ຢ່າງ​ເປັນ​ທາງ​ການ, ວັນ​ທີ 24 ມິ​ຖຸ​ນາ, ທ່ານ ເລ​ຮ​ວ່າຍ​ຈຸງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸສາ​ວະ​ລີ ​ປະ​ທານ ໂຮ່​ຈີ​ມິນ ຢູ່​ຖະ​ໜົນ Bolívar,​ນະ​ຄອນ​ຫຼວງ Caracas.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ ເລ​ຮ​ວ່າຍ​ຈຸງ ເນັ້ນ​ໜັກ​ວ່າ ມໍ​ລະ​ດົກ​ແນວ​ຄິດ​ທີ່​ຍິ່ງ​ໃຫຍ່​ເຊິ່ງ​ ປະ​ທານ ໂຮ່​ຈີ​ມິນ ປະ​ໄວ້​ໃຫ້ ​ພັກ ແລະ ປະ​ຊາ​ຊົນ ຫວຽດ​ນາມ ແມ່ນ​ເຂັ້ມ​ຊີ້​ທິດ​ໃຫ້​ທຸກ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ. ພິ​ເສດ, ທ່ານໄດ້ເນັ້ນ​ໃຫ້​ເຫັນ​ແນ​ວ​ຄິດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ກ່ຽວ​ກັບ​ນ້ຳ​ໃຈ​ສາ​ມັກ​ຄີ - ບໍ່​ພຽງ​ແຕ່​ແມ່ນ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພື້ນ​ຖານ​​ແຫ່ງນ້ຳ​ໃຈ​ສາ​ມັກ​ຄີສາ​ກົນທີ່ປອດ​ໃສ​ອີກ​ດ້ວຍ. ທ່ານ​ຢືນ​ຢັນ​ວ່າ, ຫວຽດ​ນາມ ແລະ ເວ​ເນ​ຊູ​ເອ​ລາ ແມ່ນຫຼັກ​ຖານ​ພະ​ຍານ​ທີ່​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ຄຸນ​ຄ່າ​ແນວ​ຄິດນັ້ນ​ໃນ​ຍຸກ​ສະ​ໄໝ​ປະ​ຈຸ​ບັນ.

ໂດຍ​ຕາງ​ໜ້າ​ການ​ນຳ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ ເວ​ເນ​ຊູ​ເອ​ລາ, ທ່ານ Pedro Infante, ກຳ​ມະ​ການ​ກົມ​ການ​ເມືອງພັກສັງຄົມນິຍົມເອກະພາບເວເນຊູເອລາ (PSUV), ຮອງ​ປະ​ທານ​ຜູ້​ທີ​ໜຶ່ງ​ສະ​ພາ​ແຫ່ງ​ຊາດ ເວ​ເລ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ ແລະ ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ​ຂອງ ເວ​ເລ​ຊູ​ເອ​ລາ, ຮູບພາບ ປະ​ທານ ໂຮ່​ຈີ​ມິນ ຍາມ​ໃດ​ກໍ່​ຢູ່​ໃນ​ດວງ​ໃຈ​ຂອງ​ສະ​ມາ​ຊິກ​ພັກ PSUV ແລະ ປະ​ຊາ​ຊົນ ເວ​ເນ​ຊູ​ເອ​ລາ ​ແຕ່​ລະ​ຄົນ.


top