ຂ່າວສານ

ປະທານ ອາຊຽນ ໃຫ້ບຸລິມະສິດແກ່ການຊຸກຍູ້ເສົາຄ້ຳວັດທະນະທຳ - ສັງຄົມ

ບັນດາບັນຫາທີ່ໄດ້ຮັບບຸລິມະສິດນີ້ບໍ່ພຽງແຕ່ເໝາະສົມກັບເສົາຄ້ຳ “ຈຸດສຸມການເຕີບໂຕ” ໃນອາຍຸການເປັນປະທານ ອາຊຽນ ຂອງອິນໂດເນເຊຍ ໃນປີ 2023.
(ພາບປະກອບຈາກ baoquocte.vn)

ເພີ່ມທະວີການຮ່ວມມືປົກປ້ອງແຮງງານມາຈາກຕ່າງປະເທດ, ໂຄງປະກອບການແພດພາກພື້ນ ແລະ ພັດທະນາເຂດຊົນນະບົດ ຈະແມ່ນບັນດາບຸລິມະສິດຂອງ ອິນໂດເນເຊຍ ໃນກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 9 – 11 ພຶດສະພາ ຢູ່ເຂດຕາດອາກາດ Labuan Bajo, ປະເທດ Indonesia.

        ໃນແຈ້ງການເມື່ອວັນທີ 2 ພຶດສະພາ, ທ່ານ Teuku Faizasyah, ໂຄສົກກະຊວງການຕ່າງປະເທດ ອິນໂດເນເຊຍ ຢັ້ງຢືນວ່າ: ບັນດາບັນຫາທີ່ໄດ້ຮັບບຸລິມະສິດນີ້ບໍ່ພຽງແຕ່ເໝາະສົມກັບເສົາຄ້ຳ “ຈຸດສຸມການເຕີບໂຕ” ໃນອາຍຸການເປັນປະທານ ອາຊຽນ ຂອງອິນໂດເນເຊຍ ໃນປີ 2023 ເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ອີກດ້ວຍ.

        ຕາມແຜນການແລ້ວ, ວັນທີ 8 ພຶດສະພາ, ຢູ່ ບາລີ,  ປະເທດ ອິນໂດເນເຊຍ, ລັດຖະມົນຕີ ປະສານງານດ້ານວັດທະນະທຳ ແລະ ພັດທະນາມະນຸດຂອງ ອິນໂດເນເຊຍ ຈະເປັນປະທານກອງປະຊຸມລັດຖະມົນຕີຮັບຜິດຊອບເສົາຄ້ຳວັດທະນະທຳ - ສັງຄົມ ອາຊຽນ (ກອງປະຊຸມ ASCC).

 


top