ຂ່າວສານ

ປະທານ ອາຊຽນ 2023: ຂຸດຄົ້ນ “ວິທີການສຳຜັດໃໝ່” ເພື່ອນຳເອົາຄວາມຄືບໜ້າໃຫ້ COC

ດ້ວຍຖານະເປັນປະທານ ອາຊຽນ, ອິນໂດເນເຊຍຈະຊຸກຍູ້ບັນດາຄວາມມານະພະຍາຍາມ “ຂຸດຄົ້ນ ວິທີການສຳຜັດໝ່” ໃນການປັບປຸງທິດທາງໃນພາກພື້ນຊຶ່ງ ກຳລັງປະເຊີນໜ້າກັບສະພາບຂາດສະຖຽນລະພາບຫຼາຍຢ່າງ...
  ບັນດາເຈົ້າໜ້າທີ່ປະເທດ ສະມາຊິກ ອາຊຽນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການເຈລະຈາ COC ໂດຍໄວ  

ອິນໂດເນເຊຍ ມີແຜນການເພີ່ມທະວີການພົບປະເຈລະຈາກັບ ຈີນ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ອື່ນໆ ເພື່ອສ້າງສຳເລັດກົດແຫ່ງການປະພຶດ (COC) ຢູ່ທະເລຕາເວັນອອກໂດຍໄວ. ຕາມກະຊວງການຕ່າງປະເທດ ອິນໂດເນເຊຍ, ດ້ວຍຖານະເປັນປະທານ ອາຊຽນ, ອິນໂດເນເຊຍຈະຊຸກຍູ້ບັນດາຄວາມມານະພະຍາຍາມ “ຂຸດຄົ້ນ ວິທີການສຳຜັດໝ່” ໃນການປັບປຸງທິດທາງໃນພາກພື້ນຊຶ່ງ ກຳລັງປະເຊີນໜ້າກັບສະພາບຂາດສະຖຽນລະພາບຫຼາຍຢ່າງ. ຫົວໜ້າກົມການຮ່ວມມືອາຊຽນ ຂຶ້ນກັບກະຊວງການຕ່າງປະເທດ ອິນໂດເນເຊຍ ທ່ານ Sidharto RD Suryodipuro, ກ່າວວ່າ ສິ່ງສຳຄັນແມ່ນທຸກຝ່າຍລ້ວນແຕ່ເປັນເອກະສັນກັນວ່າ COC ຕ້ອງມີປະສິດທິຜົນ, ມີຄວາມອາດສາມາດ ແລະ ສອດຄ່ອງກັບກົດໝາຍສາກົນ. ຢູ່ກອງປະຊຸມວົງແຄບ ກະຊວງການຕ່າງປະເທດ ອາຊຽນ, ບັນດາປະເທດສະມາຊິກໃຫ້ຄຳໝັ້ນສັນຍາຕໍ່ການສຳຜັດການເຈລະຈາ COC ຍິ່ງໄວກໍ່ຍິ່ງດີ, ເນັ້ນໜັກເຖິງຄວາມຈຳເປັນຕ້ອງມີ COC ຢ່າງແທ້ຈິງ, ມີປະສິດທິຜົນ ແລະ ສາມາດປະຕິບັດໄດ້.

 


top