ແຟຊັ່ນ

ປະທັບໃຈແພພື້ນເມືອງ ຮວາຕ໋ຽນ Brocade

ຈາກອາຊີບຕໍ່າແພພື້ນເມືອງທີ່ມີຊື່ສຽງຂອງຊາວເຜົ່າ ຜູ້ໄທ ຢູ່ ແຂວງ ເຫງ້ອານ, ທ່ານນາງ ເຊີ່ມທິຕິ່ງ ໄດ້ສ້າງຂຶ້ນເຄື່ອງໝາຍ ການຄ້າ ຮວາຕ໋ຽນ Brocade ໄດ້ດຶງດູດຄວາມສົນ ໃຈຈາກ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນ ຫຼວງຫຼາຍຜ່ານ Showroom:  P202, CT5A ເໝ໋ຈີ່ເທື້ອງ, ນາມຕື່ລຽມ, ຮ່າ ໂນ້ຍ. 

ທ່ານນາງ ເຊີ່ມທິຕິ່ງ-ເຈົ້າຂອງເຄື່ອງໝາຍການຄ້າ ຮວາຕ໋ຽນ Brocade ໃຫ້ຮູ້ວ່າ: “ແຕ່ກ່ອນ, ຂ້າພະເຈົ້າພຽງແຕ່ຄິດວ່າ ຜະ ລິດຕະພັນແພພື້ນເມືອງຂອງບ້ານ ຮວາຕ໋ຽນ ຜະລິດອອກ ມາ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ ພາຍໃນບ້ານທົ່ານັ້ນ. ຫຼັງຈາກນັ້ນ, ຂ້າພະເຈົ້າຈຶ່ງຮູ້ວ່າ ນີ້ແມ່ນຄຸນຄ່າ ທາງດ້ານວັດທະນະທຳ ເຊິ່ງ ດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ເປັນຈຳນວນຫຼວງຫຼາຍ. ຈາກຄວາມຕ້ອງການດັ່ງ ກ່າວ, ປີ 2015, ຂ້າພະເຈົ້າໄດ້ຜະລິດອອກມາ ຜະລິດຕະພັນ ທີ່ມີລັກສະນະນຳໃຊ້ສູງໃນຊີວິດການເປັນຢູ່ ແລະ ຊອກຫາວິທີ ໂຄສະນາ ຜະລິດຕະພັນແພພື້ນເມືອງຫຼາຍຊະນິດ ຂອງ ຮວາຕ໋ຽນ ເຂົ້າສູ່ຕະຫຼາດ”.

ວັດຖຸດິບຄື ເສັ້ນໄໝ ແລະ ຝ້າຍ ໄດ້ຊາວບ້ານ ຮວາຕ໋ຽນ ຜະ ລິດ ຢູ່ທ້ອງຖິ່ນ ດ້ວຍການປູກມອນລ້ຽງມ້ອນ, ປູກຕົ້ນຝ້າຍ. ຫຼັງ ຈາກທີ່ມີເສັ້ນໄໝແລ້ວ, ຊາວເຜົ່າ ຜູ້ໄທ ຢູ່ບ້ານ ຮວາຕ໋ຽນ (ເຫງ້ອານ) ຈະຕໍ່າເປັນແພພື້ນເມືອງ ແລ້ວແຕ່ງສີສັນ ແລະ ສ້າງ ລວດລາຍ ຕາມຄວາມມັກຂອງນາຍຊ່າງ ຫຼື ຕາມຄວາມ ຕ້ອງການຂອງລູກຄ້າ. 


ທ່ານນາງ ເຊີ່ມທິຕິ່ງ ນັ່ງຕຳ່ແພພື້ນເມືອງ ຄືຍິງສາວຊາວເຜົ່າ ຜູ້ໄທ ຕ່າງໆ ທີ່ບ້ານ ຮວາຕ໋ຽນ. ພາບ: ແທງຢາງ/VNP


ທ່ານນາງ ເຊີ່ມທິຕິ່ງ ແນະນໍາໃຫ້ລູກຄ້າກ່ຽວກັບຜະລິດ ຕະພັນແພພື້ນເມືອງ ຂອງ ເຄື່ອງໝາຍການຄ້າ ຮວາຕ໋ຽນ Brocade. ພາບ: ແທງຢາງ/VNP


ຈາກແຫຼ່ງວັດຖຸດິບທີ່ມີຈາກທຳມະຊາດ, ຜ່ານຝີມືທີ່ຄ່ອງແຄ້ວ ຂອງແມ່ຍິງ ໄດ້ສ້າງຂຶ້ນເປັນບັນດາລວດລາຍ, ສີສັນເທິງບັນດາຜະລິດຕະພັນ. ພາບ: ແທງຢາງ/VNP


ຮວາຕ໋ຽນ Brocade ມັກຈັດຕັ້ງບັນດາ workshop ໃຫ້ແກ່
ຜູ້ອື່ນມາຮຳ່ຮຽນ, ຊອກຮູ້ກ່ຽວກັບຂັ້ນຕອນການຍ້ອມສີ ຜະລິດຕະພັນ.
ພາບ: ແທງຢາງ/VNP



ບັນດານັກຮຽນເຂົ້າຮ່ວມ workshop ຮຽນວິທີທີການຍ້ອມສີ ແລ ະແຕ່ງລວດລາຍ ຈາກໝາກໄມ້ທຳມະຊາດ ໂດຍ ຮວາຕ໋ຽນ Brocade ຈັດຕັ້ງ. ພາບ: ແທງຢາງ/VNP


ບັນດາຜະລິດຕະພັນແພພື້ນເມືອງຂອງ ຮວາຕ໋ຽນ ໄດ້ຕັດຫຍິບ
ເປັບຜະລິດຕະພັນ ຢ່າງລະມັດລະວັງ.
ພາບ: ແທງຢາງ/VNP


ບັນດາລາຍດອກຈະໄດ້ເຮັດດ້ວຍມື ຢ່າງລະອຽດລະອໍ. ພາບ: ແທງຢາງ/VNP
ລວດລາຍທີ່ ນຳໃຊ້ໃນຜະລິດຕະພັນຂອງຮວາຕ໋ຽນ Brocade ສ່ວນຫຼາຍແມ່ນພາບຕົ້ນໄມ້, ໃບໄມ້, ດອກໄມ້ ທີ່ມີຄວາມ ສະ ໜິດຕິດພັນກັບຊີວິດປະຈຳວັນ ຂອງຊາວເຜົ່າ ຜູ້ໄທ ຫຼື ສັດຕ່າງໆ ເຊັ່ນ: ເສືອ, ກວາງ, ຊ້າງ ... ຊຶ່ງຊົນເຜົ່າໄທ ຖືວ່າ ຈະນຳມາສຸ ຂະພາບ, ຄວາມໂຊກລາບ ໃຫ້ແກ່ຜູ້ນຳໃຊ້. ຂັ້ນຕອນການ ຕັດ ສິນຄຸນຄ່າຂອງຜະລິດຕະພັນ ແມ່ນຢູ່ໃນຂັ້ນ ຕອນການຜະລິດ ລວດລາຍ. ການສ້າງລວດລາຍ ຮຽກຮ້ອງຕ້ອງການນາຍຊ່າງ ຜູ້ຜະລິດຕ້ອງມີເຕັກນິກ ສູງໃນການປະດິດລວດລາຍ ທຸກຊະນິດ, ລວດລາຍບາງຊະນິດ ເຮັດພຽງມື້ດຽວກໍ່ແລ້ວ, ແຕ່ມີລວດລາຍ ຫຼາຍຊະນິດຕ້ອງ ໃຊ້ເວລາ ເປັນເດືອນ ຈຶ່ງເຮັດແລ້ວ. ເພື່ອໃຫ້ແພບໍ່ເສຍຫາຍ ແລະ ເສຍເວລາ ເຮັດໃໝ່, ການຜະ ລິດ ລວດລາຍ ຮຽກຮ້ອງໃຫ້ນາຍຊ່າງຜູ້ຜະລິດ ຕ້ອງເຮັດດ້ວຍ ຄວາມລະມັດລະວັງ ແລະ ລະອຽດລະອໍ. 

ນອກຈາກການສ້າງລວດລາຍ, ບັນດາຜະລິດຕະພັນຂອງ ຮວາຕ໋ຽນ Brocade ຍັງໄດ້ຍ້ອມດ້ວຍສີ ຈາກ ທໍາມະຊາດ ເພື່ອຮັກສາຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້. ສີໄດ້ຜະລິດ ມາ ຈາກຕົ້ນໄມ້, ໝາກໄມ້, ຮາກໄມ້, ໃບໄມ້ ເຊັ່ນ: ສີເຫຼືອງ ເຮັດ ຈາກ ຂີ້ໝີ້ນ, ສີຟ້າ ເຮັດຈາກໃບຫູກວາງ, ໃບຊາ, ສີຂີ້ເທົ່າ ເຮັດ ຈາກ ໃບສີດາ, ສີອິດ ເຮັດຈາກຕົ້ນ ເຂົ້າກໍ່າ, ສີດຳ ເຮັດຈາກ ໝາກຄາມ. ເວລາຍ້ອມສີ ຕ້ອງຂຶ້ນ ກັບຜະລິດຕະພັນ ແຕ່ລະ ຊະນິດ, ດົນກວ່າໝູ່ແມ່ນຜະລິດຕະພັນເສື້ອສີຄາມ ຂອງ ຊາວ ເຜົ່າ ຜູ້ໄທ ຢູ່ບ້ານ ຮວາຕ໋ຽນ, ຕ້ອງຍ້ອມສີ 20-25 ເທື່ອ ແລະ ໃຊ້ເວລາເຖິງ 15 ວັນ. 

ບັນດາຜະລິດຕະພັນຂອງ ຮວາຕ໋ຽນ ໄດ້ຂາຍໃນລາຄາແຕ່ 350.000 - 800.000 ດົ່ງ/ຜະລິດຕະພັນ, ຖົງມີລາຄາແຕ່ 200.000-600.000 ດົ່ງ/ຜະລິດຕະພັນ, ຜ້າຫົ່ມມີລາຄາແຕ່ 2 - 5 ລ້ານດົ່ງ/ຜະລິດຕະພັນ, ເກີບມີລາຄາແຕ່ 250.000 - 400.000 ດົ່ງ/ຜະລິດຕະພັນ, ໂສ້ງເສື້ອ ມີລາຄາແຕ່ 500.000 -1.000.000 ດົ່ງ/ຜະລິດຕະພັນ.

ປັດຈຸບັນ, ບັນດາຜະລິດຕະພັນແພພື້ນເມືອງ ເຄື່ອງໝາຍ ການຄ້າ ຮວາຕ໋ຽນ Brocade ໄດ້ວາງຂາຍຢູ່ ນະຄອນ ຮ່າ ໂນ້ຍ, ນະຄອນໂຮ່ຈີມິນ, ໂຮ້ຍອານ, ເຫວ້, ຊາປາ ແລະ ໄດ້ ຈຳໜ່າຍອອກສູ່ຫຼາຍປະເທດຄື: ເຢຍລະມັນ, ສ ອາເມລິກາ, ຝຣັ່ງ, ການາດາ, ຍີ່ປຸ່ນ.

ບັນດາຜະລິດຕະພັນແພພື້ນເມືອງ ຂອງເຄື່ອງ ໝາຍ ການຄ້າ ຮວາຕ໋ຽນ Brocade ໄດ້ຈໍາໜ່າຍອອກສູ່ຕະຫຼາດ




















 
ບົດ: ເງິນຮ່າ - ພາບ: ແທງຢາງ ແລະ ເອກະສານ

top