
ໄລຍະທີ່ຜານມາ, ຂົວຄຳ ຢູ່ເຂດທ່ອງທ່ຽວ Ba Na Hills (ດ່າໜັງ) ໄດ້ຮັບຄວາມສົນໃຈ ຈາກບັນດາຜູ້ທີ່ນິຍົມການທ່ອງທ່ຽວໂລກ ເມື່ອບັນດາ ໜັງສືພິມ, ວາລະສານທີ່ມີຊື່ສຽງລະດັບໂລກຕ່າງ ຊື່ນ ຊົມເຊັ່ນ: CNN, BBC, New York Times, Times, The Guardian, Bored Panda, National Geographic...

ຂົວແຫ່ງນີ້ ໄດ້ຮັບການກໍ່ສ້າງ ແລະ ສຳເລັດພາຍໃນບໍ່ເຖິງປີ.

ພາຍຫຼັງ ເປີດນຳໃຊ້ຢ່າງເປັນທາງການ, ຂົວຄຳ ໄດ້ດຶງດູດ ການ ມາຢ້ຽມຊົມຂອງນັກທ່ອງທ່ຽວເປັນຈຳນວນຫຼາຍ.

ຂົວແຫ່ງນີ້ ຢູ່ລະດັບຄວາມສູງ 1.400 ແມັດ ທຽບກັບລະດັບ ນຳ້ ທະເລ, ຍາວເກືອບ 150 ແມັດ, ລວມມີ 8 ຊວງ.

ເວລາຢືນຢູ່ເທິງຂົວຄຳ, ນັກທ່ອງທ່ຽວສາມາດຊົມທັດສະນີຍະ ພາບທີ່ສວຍງາມ ແລະ ກວ້າງໃຫຍ່ໄພສານ ຂອງ ທຳມະຊາດ.

ຜູ້ຕາງໜ້າຂອງເຂດທ່ອງທ່ຽວ Ba Na Hills ໃຫ້ຮູ້ວ່າ ຂົວແຫ່ງນີ້
ໄດ້ອອກແບບຕາມຮູບພາບ “ຝາມືທີ່ຍິ່ງໃຫຍ່ຂອງບັນດາເທວະດາ
ພວມດຶງຄຳກ້ອນໜຶ່ງອອກຈາກພື້ນດິນ”.

ຂົວແຫ່ງນີ້ ໄດ້ສ້າງເສັ້ນທາງຍ່າງສາຍໜຶ່ງຢູ່ກາງຫາວ, ໃນຫວ່າງ ເວຫາທີ່ມືດມົວຂອງນຳ້ໝອກຢູ່ເທິງພູ Ba Na.

ນັກທ່ອງທ່ຽວ ພວມຢ້ຽມຊົມຂົວຄຳຢູ່ Ba Na Hills. |