ທ່ອງທ່ຽວ

ປະທັບໃຈ ໜອງ ບາເບ໋

ໂດຍ​ມີ​ອາຍຸ​ກວ່າ 200ລ້ານ​ປີ, ໜອງ​ບາ​ເບ໋ ​ໄດ້​ຜ່ານ​ການປ່ຽນແປງຂອງທຳ​ມະ​ຊາດ​ ຄັ້ງໃຫຍ່ ຫຼາຍຄັ້ງ ໄດ້ນຳ​ເອົາ​ປະລິມານ​ນ້ຳ​ ມະຫາສານ

ໂດຍ​ມີ​ອາຍຸ​ກວ່າ 200ລ້ານ​ປີ, ໜອງ​ບາ​ເບ໋ ​ໄດ້​ຜ່ານ​ການປ່ຽນແປງຂອງທຳ​ມະ​ຊາດ​ ຄັ້ງໃຫຍ່ ຫຼາຍຄັ້ງ ໄດ້ນຳ​ເອົາ​ປະລິມານ​ນ້ຳ​ ມະຫາສານ 5ລ້ານ​ແມັດ​ກ້ອນ​ຂຶ້ນໄປ​ສູ່​ກາງ​ພູ​ຫີນ​ປູນ, ສ້າງ​ເປັນໜອງ​ນ້ຳ​ຈືດ​ທຳ​ມະ​ຊາດ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ​ແລະ ​ເປັນ​ໜຶ່ງໃນ 100 ໜອງນ້ຳ​ຈືດ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ຢູ່​ໃນເຂດປ່າ​ສະຫງວນ​ແຫ່ງ​ຊາດ​ບາ​ເບ໋. ແຂວງ ບັກ​ກ້ານ ກໍາລັງດໍາເນີນການ​ເພື່ອນຳ “ສົມບັດ” ນີ້ ໄປ​ກະຕຸກຊຸກ​ຍູ້ເພື່ອພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ຫຼັງ Covid.

ໜອງ ບາເບ໋ເກີດຈາກແມ່ນໍ້າ3 ສາຍຄື: ແມ່ນ້ຳ ແປເລີ່ມ, ແປລູ່ແລະ ແປແລ່ງ ໄຫຼມາບັນຈົບກັນຢູ່ຈຸດດຽວ ຂອງ ຕາແສງ ນາມເໝົາ, ເມືອງ ບາເບ໋, ແຂວງ ບັກກ້ານ ເພື່ອສ້າງເປັນໜອງ ສະລາມແປ, ຊຶ່ງໝາຍເຖິງໜອງ 3 ແຫ່ງ. ທໍລະນີສາດ ແລະ ພູມສັນຖານຢູ່ເຂດໜອງ ບາເບ໋ ສຸດທີ່ຊັບຊ້ອນ, ໄດ້ສ້າງທິວທັດທຳມະຊາດທີ່ສວຍງາມດ້ວຍໂຄງສ້າງທາງທໍລະນີສາດ ແລະ ດິນທີ່ເປັນເອກະລັກໜຶ່ງບໍ່ມີສອງ, ສິ່ງດັ່ງກ່າວນໍາໄປສູ່ການສ້າງລະບົບນິເວດອື່ນໆ ອີກຈໍານວນຫຼາຍ.

 
ນັກ​ທ່ອງ​ທ່ຽວຊົມ​ຄວາມ​ງາມ​ຂອງ​ນ້ຳ​ຕົກຕາດ ​ເດົ່າດັ່ງ ​ຢູ່​ໜອງ ບາເບ໋. ພາບ: VNP

ໜອງ ບາເບ໋ ມີຄວາມຍາວກວ່າ 8 ກິໂລແມັດ, ສະຖານທີ່ກວ້າງສຸດແມ່ນ 2 ກິໂລແມັດ, ພື້ນທີ່ໜ້ານ້ຳປະມານ 500 ເຮັກຕາ, ຄວາມເລິກສະເລ່ຍ 20 ແມັດ, ບາງບ່ອນເລິກເຖິງ 35 ແມັດ, ມີປານ້ຳຈືດຫຼາຍຊະນິດອາໄສຢູ່ໃນໜອງ, ລວມທັງປາຊະນິດ ທ່ີມີຄ່າຫາຍາກໄດ້ບັນທຶກໄວ້ໃນປຶ້ມແດງຂອງຫວຽດນາມ ເຊັ່ນ:ປາໄນ, ປາ ເພ້ຍ, ປາກົດ... ນ້ຳຢູ່ໜອງ ບາເບ໋ ແມ່ນໃສສະອາດ, ເຢັນຕະຫຼອດປີ, ພາບທັງໝົດຂອງໜອງນຳ້ ເໝືອນດັ່ງຮູບແຕ້ມສີນ້ຳ, ດ້ວຍເງົາພູເຂົາລ້ອມຮອບດ້ວຍເມກ. ເທິງໜ້ານໍ້າ ມີ​ເກາະ​ນ້ອຍ​ທີ່​ສວຍ​ງາມ​ຫຼາຍ​ແຫ່ງ​ເຊັ່ນ: ​ເກາະ​ບ່າງວ໊າ, ເກາະ​ອານ​ມ້າ...

ບາເບ໋ ມີພູມສັນຖານທີ່ໜ້າສົນໃຈ ແລະ ຄວາມຫຼາກຫຼາຍທາງດ້ານຊີວະວິທະຍາ. ພາບ: VNP

ປາກງ່ອຍແລະ ບໍລູ່ແມ່ນສອງບ້ານໃຫຍ່ຢູ່ ບາເບ໋. ​ໃນ​ນັ້ນ ບ້ານປາກງ່ອຍ ມີຜູ້ຄົນອາໄສຢູ່ຢ່າງໜາແໜ້ນ ແລະ ເຕັມໄປດ້ວຍບໍລິການທ່ອງທ່ຽວ ຢ່າງອຸດົມສົມບູນກວ່າ ​ເພາະ​ໄດ້​ພັດທະນາ​ການທ່ອງທ່ຽວ​ມາ​ແຕ່​ດົນ​ແລ້ວ. ກົງກັນຂ້າມແມ່ນ ບ້ານ ບໍລູ່, ສະຖານທີ່ງຽບສະຫງົບ ແລະ ຍັງຄົງຮັກສາຄວາມງາມແບບດັ່ງເດີມ ແລະ ເປັນທີ່ທຳມະຊາດ. ທັງສອງບ້ານນີ້ຕັ້ງຢູ່ໃກ້ກັບໜອງ ບາເບ໋, ສະນັ້ນສະຖານທີ່ພັກເຊົາສ່ວນຫຼາຍໄດ້ຫັນໜ້າອອກໄປຫາ ໜອງນຳ້, ມີອາກາດທີ່ສົດໃສປອດໂປ່ງ ແລະ ສວຍງາມຊວນຝັນ, ມີລາຄາສົມເຫດສົມຜົນ.

ຫີນງອກ ຫີນຍ້ອຍ ພາຍໃນຖ້ຳ ປວງ ມີສີສັນທີ່ແປກປະຫຼາດ. ພາບ: VNP
ນັກ​ທ່ອງ​ທ່ຽວ​ ສໍາຫຼວດ ພາຍໃນ ຖ​້​ໍາ​ ປວງ​. ພາບ: VNP
 

ເພາະສະນັ້ນ, ໜອງ ບາເບ໋ ຈຶ່ງຖືກສົມທຽບກັບ “ໄຂ່ມຸກສີຂຽວຂອງພູຜາຕາເວັນອອກສ່ຽງເໜືອ”. ​ແຕ່​ໃນ​ສອງ​ປີຜ່ານມາ, ຍ້ອນ​ຜົນສະທ້ອນ​ຈາກ ​ການລະບາດໂຄ​ວິດ-19, ​ໜອງ ​ບາ​ເບ໋ ​ຄ້າຍຄື “ເຈົ້າ​ຍິງ​ນອນ​ຫຼັບໃນ​ປ່າ” ​ແລະ ໃນ​ເດືອນ​ຕຸລາ2021, ​ແຂວງ​ບັກ​ກ້ານ​ໄດ້​ກ້າວ​ສູ່​ສະພາບ​ປົກກະຕິ​ໃໝ່​ຢ່າງ​ເປັນ​ທາງ​ການ, ການ​ນຳ​ແຂວງ​ໄດ້​ປຸກ​ລະ​ດົມ​ ທ່າແຮງແລະຂໍ້ໄດ້ປຽບການທ່ອງທ່ຽວຂອງ “ສົມບັດ”ແຫ່ງນີ້ ຢ່າງວ່ອງໄວ.

 

ທ່ານ ຮ່າ​ວັນ​ເຈື່ອງ, ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ບັກ​ກ້ານ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັກ​ກ້ານ ຈະ​ສຸມ​ໃສ່​ພັດທະນາ​ບັນດາ​ຮູບ​ແບບການ​ທ່ອງ​ທ່ຽວ​ຢູ່​ໜອງ ບາເບ໋, ມຸ່ງ​ໄປ​ເຖິງ​ການ​ຂຸດ​ຄົ້ນ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ ​ແລະ ລັກສະນະ​ພິ​ເສດ​ຂອງສວນສາທາລະນະແຫ່ງຊາດ ທ່ີທໍາມະຊາດອໍານວຍໃຫ້. ທ່ານ ກ່າວອີກວ່າ: “ບໍ່​ພຽງ​ແຕ່​ຂຸດ​ຄົ້ນ​ສິ່ງ​ທີ່​ມີ​ພ້ອມ​ເທົ່າ​ນັ້ນ, ພວກ​ຂ້າພະເຈົ້າ​ຕ້ອງ​ກຳນົດແຫຼ່ງ​ຊັບພະຍາກອນທ່ອງ​ທ່ຽວ ​ແລະ ສ້າງ​ເຄື່ອງ​ໝາຍການຄ້າ​ໃຫ້​ແຫຼ່ງຊັບພະຍາກອນ​ນັ້ນ.ພິ​ເສດ, ພວກຂ້າພະເຈົ້າ ພວມສົມທົບກັບ​ແຂວງ ຕວຽນກວາງ​ສ້າງຮ່າງເອກະສານເພື່ອ​ແນ​ໃສ່​ຮັບ​ຮອງມໍລະດົກ​ ບາເບ໋ - ນາ​ຮາງ ​ເປັນ​ມໍລະດົກ​ໂລກ”.

 

ຄວາມ​ຕັດສິນ​ໃຈ​ພັດທະນາ​ການທ່ອງທ່ຽວ​ ຂອງ ແຂວງ ບັກກ້ານ ຢູ່​ໜອງ ບາເບ໋ ໄດ້ສະແດງອອກຜ່ານ​ການ​ກະທຳ,ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ​ໃຫຍ່​ຄື: Sun Group, FLC, ເຈືອງແທ່ງ, ຕ່າຍແອງ... ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ໄດ້​ສະ​ເໜີ​ປະມານ 20 ​ໂຄງການ​ກໍ່ສ້າງ​ສະຖານ​ທີ່​ທ່ອງ​ທ່ຽວ​ແບບ​ນິ​ເວດ​ລະດັບ​ສູງ, ​ຕົວ​ແບບການ​ທ່ອງ​ທ່ຽວ​ທີ່​ຕິດ​ພັນ​ກັບ​ຜະລິດ​ຕະ​ພັນ​ກະສິກຳ ​ແລະ ປ່າ​ໄມ້ຂອງ​ທ້ອງ​ຖິ່ນ, ​ເຂດ​ຜະຈົນ​ໄພ​, ສ້າງ​ທົວ​ທ່ອງ​ທ່ຽວຄົ້ນຫາ​ປ່າ​ສະຫງວນ​ແຫ່ງ​ຊາດ ​ແລະ ບັນດາ​ບໍລິການ​ບັນ​ເທີງ​ລະດັບ​ສູງ​ອື່ນໆ. 


ບົດ: ຟານທູ

ພາບ:  VNP ແລະ ຫວູຮວ່າງຢາງ

ແປໂດຍ: ຢືຟຽນ



top