ຄົ້ນພົບ

ປະທັບໃຈ ແທກດົ້ງ ຢູ່ນະຄອນ ຮ່າຕຽນ

ນະຄອນ ຮ່າຕຽນ ນອນຢູ່ທິດຕາເວັນຕົກສ່ຽງເໜືອຂອງແຂວງກຽນຢາງ, ໄດ້ທຳມະຊາດດົນບັນດາໃຫ້ມີພູມສັນຖານຫຼາຍຢ່າງເຊິ່ງມີແມ່ນຳ້ລຳເຊ, ພູຜາປ່າດົງ, ທົ່ງພຽງ, ໜອງ, ຖ້ຳ, ທະເລ, ໝູ່ເກາະ ແລະ ອື່ນໆ​. ເຂດທ່ອງທ່ຽວ ແທກດົ້ງ (ຖຳ້ຫີນ) ເປັນໜຶ່ງ ໃນຈຳນວນເຂດທ່ອງທ່ຽວທີ່ມີຊື່ສຽງ 10 ແຫ່ງຂອງນະຄອນ ຮ່າຕຽນ ດ້ວຍຄວາມສວຍສົດງົດງາມຂອງທິວທັດທຳມະຊາດ, ຄວາມລຶກລັບທີ່ດຶງດູດຄວາມສະຫຼອກກອກຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ອີກດ້ວຍ.

ແທກດົ້ງ ຂຶ້ນກັບຕາແສງ ໝີດຶກ, ຫ່າງຈາກນະຄອນ ຮ່າຕຽນ ປະມານ 4 ກິໂລແມັດ. ຍ້ອນນອນຢູ່ແຄມຖະໜົນເລກ 80 ແລະ ຫ່າງຈາກຊາຍແດນ ກຳປູເຈຍ ພຽງ 3 ກິໂລແມັດ, ເພາະສະນັ້ນທີ່ນີ້ ມີຄວາມສະດວກໃນການທ່ອງທ່ຽວ.

ເບິ່ງມາແຕ່ຖະໜົນເລກ 80, ແທກດົ້ງ ພົ້ນຂຶ້ນຄືຫົວນາຍທະຫານຄົນໜຶ່ງ ຫັນໜ້າອອກສູ່ທະເລ. ຖ້າເບິ່ງມາແຕ່ເຂດຊາຍແດນ, ພູ ແທກດົ້ງ ເຕັ້ມໄປດ້ວຍສີຂຽວຂອງຕົ້ນໄມ້ໃບຫຍ້າ, ຢູ່ຕີນພູແມ່ນເຮືອນຂອງປະຊາຊົນຫຼາຍຫຼັງ ແລະ ບັນດາທ່ົງນາທີ່ກວ້າງໃຫຍ່ໄພສານ. ບັນດາສິ່ງເລົ່ານັ້ນ ໄດ້ສ້າງຄວາມສວຍສົດງົດງາມແບບທຳມະຊາດ ຂຶ້ນມາໃຫ້ແກ່ ແທກດົ້ງ, ນັ້ນຄືຄວາມງາມທີ່ເປັນ ສັນຍາລັກຂອງເຂດ ຮ່າຕຽນ. 

ແທກດົ້ງ ເປັນພູຫີນປູນທີ່ໃຫຍ່ໂຕ, ສູງປະມານ 90 ແມັດ.


ແທກດົ້ງ ໄດ້ປົກຄຸມດ້ວຍຕົ້ນໄມ້ໃຫຍ່ຫຼາຍຕົ້ນ ແລະ ຜາຫີນປູນ
ທີ່ມີຮູບຊົງຕ່າງປະຫຼາດ, ມີໜ້າຈັບໃຈ.



ໃນຖຳ້ມີນົມຫີນຫຼາຍ, ມັນໄດ້ສ້າງຂຶ້ນຈາກການປ່ຽນແປງຂອງ ທໍລະນີ, ປັດຈຸບັນ ໄດ້ກາຍເປັນບັນດາຮູບຊົງທີ່ຕ່າງປະຫຼາດ ເຊິ່ງຈັບໃຈນັກທ່ອງທ່ຽວ.


ເທິງຜາຫີນຢູ່ໃນຖຳ້ແມ່ນບ່ອນອາໄສຂອງນົກສັນຕິພາບ. 


ນັກທ່ອງທ່ຽວ ມາ ແທກດົ້ງ ເພື່ອຊົມເບິ່ງບັນດາຮູບຊົງທີ່ ຕ່າງປະຫຼາດ ເຊິ່ງໄດ້ສ້າງຂຶ້ນຈາກການປ່ຽນແປງຂອງທໍລະນີ. 


ຢືນຢູ່ເທິງ ແທກດົ້ງ, ນັກທ່ອງທ່ຽວສາມາດຊົມເບິ່ງທັດສະນີ ຍະພາບຂອງບັນດາໝູ່ບ້ານຢູ່ປະເທດ ກຳປູເຈຍ ຫຼື ຄວາມ ສວຍສົດງົດງາມຂອງນະຄອນ ຮ່າຕຽນ.


ປັດຈຸບັນ, ແທກດົ້ງ ໄດ້ດຶງດູດນັກທ່ອງທ່ຽວມາຢ້ຽມຢາມ, ຊອກຮູ້
ກ່ຽວກັບຄວາມລຶກລັບຢູ່ທີ່ນີ້ ດ້ວຍຈຳນວນຫຼວງຫຼາຍ.



ຮ້ານຂາຍເຄື່ອງທີ່ລະນຶກຕັ້ງຢູ່ແຄມທາງຂຶ້ນໄປຫາ ແທກດົ້ງ. 

ແທກດົ້ງ ແມ່ນຖຳ້ຫີນໃຫຍ່, ນ້ອຍຫຼາຍແຫ່ງ ໄດ້ກໍ່ສ້າງຂຶ້ນຈາກການປ່ຽນແປງຂອງທໍລະນີ. ວັດຫຼັງໜຶ່ງມີຊື່ວ່າ ຕຽນເຊີນ ໄດ້ ກໍ່ສ້າງຂຶ້ນໃນຖຳ້ໃຫຍ່ທີສຸດຂອງ ແທກດົ້ງ, ມັນໄດ້ກໍ່ສ້າງໃນທ້າຍ ສະຕະວັດທີ 18, ໄດ້ນຳໃຊ້ເພື່ອສັກກະລະບູຊາ ພະສາຍາມຸນີ ແລະ ເຈົ້າແມ່ກວນອີນ. ວັດຫຼັງນີ້ ໄດ້ກໍ່ດ້ວຍດິນຈີ່ ພ້ອມກັບເສົາ ໄມ້ບໍ່ໄດ້ແກະສະຫຼັກ, ນອນເລິກຢູ່ໃນຖຳ້ ເຊິ່ງສ້າງຄວາມ ສະຫຼອກກອກຂຶ້ນມາໃຫ້ແກ່ນັກທ່ອງທ່ຽວ.

ປະຕູໃຫຍ່ເຂົ້າຖຳ້ຫີນ ກວ້າງ ແລະ ໃຫຍ່, ມີຂັ້ນໄດເພື່ອຕ້ອນຮັບ ນັກທ່ອງທ່ຽວເຂົ້າອອກຖຳ້, ທາງໃນມີ 3 ເສັ້ນທາງເຊິ່ງມີທາງ ປ່ອງຂຶ້ນສູງ ແລະ ເສັ້ນທາງໜຶ່ງມີທາງສອດລົງໃຕ້ດິນ ເຊິ່ງໄດ້ ຊາວ ບ້ານເອີ້ນວ່າ “ທາງລົງໄປຫານາຮົກ”. ເທິງຜາຫີນ ຢູ່ໃນຖຳ້ ແມ່ນບ່ອນອາໄສ ຂອງນົກສັນຕິພາບ.
 
ໃນຖຳ້ມີນົມຫີນຫຼາຍກ້ອນໄດ້ສ້າງຂຶ້ນຈາກການປ່ຽນແປງຂອງ ທໍລະນີ, ປັດຈຸບັນ ໄດ້ກາຍເປັນບັນດາຮູບຊົງທີ່ຕ່າງປະຫຼາດ ເຊິ່ງຈັບໃຈນັກທ່ອງທ່ຽວ. ພິເສດ,​ ມີນົມຫີນກ້ອນໜຶ່ງຍາວເກືອບ 3 ແມັດນອນຢູ່ປະຕູເຂົ້າຖຳ້, ໄດ້ຫຼາຍຄົນເຕື້ອງເຖິງປີກຂວາ ຂອງນົກກົກໂຕໜຶ່ງ.    

ວັດຫຼັງໜຶ່ງມີຊື່ວ່າ ຕຽນເຊີນ ໄດ້ກໍ່ສ້າງຂຶ້ນໃນຖຳ້ໃຫຍ່ທີສຸດຂອງ ແທກດົ້ງ, ມັນໄດ້ກໍ່ສ້າງໃນທ້າຍສະຕະວັດທີ 18, ໄດ້ນຳໃຊ້ເພື່ອ
ສັກກະລະບູຊາ ພະສາຍາມຸນີ ແລະ ເຈົ້າແມ່ກວນອີນ. 



ວັດຫຼັງນີ້ ໄດ້ກໍ່ສ້າງໃນຖຳ້ແຫ່ງໜຶ່ງ.


ວັດ ຕຽນເຊີນ ໄດ້ນຳໃຊ້ເພື່ອສັກກະລະບູຊາ ພະສາຍາມຸນີ ແລະ ເຈົ້າແມ່ກວນອີນ.


ແທກດົ້ງ ຍັງດຶງດູດນັກທ່ອງທ່ຽວມາຢ້ຽມຊົມດ້ວຍຈຳນວນຫຼວງຫຼາຍ ຍ້ອນທີ່ນີ້ ໄດ້ເລືອກເປັນສະຖານທີ່ ຖ່າຍທຳຮູບເງົາ ການສູ້ຮົບກັບງູໃຫຍ່
(ອະດີດຜູ້ກຳກັບຮູບເງິນ ໂດ໋ກວາງຫາຍເອົາ, ແຜ່ນດິນພາກໃຕ້ (ຜູ້ກຳກັບຮູບເງິນ ຫງວຽນວິງເຊີນ). 
ຢືນຢູ່ເທິງ ແທກດົ້ງ, ນັກທ່ອງທ່ຽວສາມາດຊົມເບິ່ງທັດສະນີ ຍະພາບຂອງບັນດາໝູ່ບ້ານຢູ່ປະເທດ ກຳປູເຈຍ ຫຼື ຄວາມ ສວຍສົດງົດງາມຂອງນະຄອນ ຮ່າຕຽນ.

ແທກດົ້ງ ຍັງດຶງດູດນັກທ່ອງທ່ຽວມາຢ້ຽມຊົມດ້ວຍຈຳນວນຫຼວງຫຼາຍ ຍ້ອນທີ່ນີ້ ໄດ້ເລືອກເປັນສະຖານທີ່ ຖ່າຍທຳຮູບເງົາ ການສູ້ຮົບກັບງູໃຫຍ່ (ອະດີດຜູ້ກຳກັບຮູບເງິນ ໂດ໋ກວາງຫາຍເອົາ, ແຜ່ນດິນພາກໃຕ້ (ຜູ້ກຳກັບຮູບເງິນ ຫງວຽນວິງເຊີນ).

ນັກທ່ອງທ່ຽວ ເລແອງຕາຍ ມາຈາກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: “ແຜ່ນດິນ ຮ່າຕຽນ ເວົ້າລວມ ແລະ ໂດຍສະເພາະແມ່ນ ແທກດົ້ງມີຫຼາຍສິ່ງຈັບໃຈ, ມີທັດສະນີຍະພາບທີ່ ສວຍສົດງົດງາມ ແບບທຳມະຊາດ, ເພາະສະນັ້ນ ຕ້ອງມີການໂຄສະນາ, ແນະນຳຫຼາຍກວ່າເກົາ ເພື່ອເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຮູ້ເຖິງກ່ຽວກັບທັດສະນີຍະພາບ ທ່ີສວຍງາມຂອງແຜ່ນດິນແຫ່ງນີ້”. 
 
ບົດ: ເຊີນເຫງ້ຍ - ພາບ: ເຊີນເຫງ້ຍ ແລະ ເອກະສານ

top