ເຄື່ອງໝາຍ ຫວຽດ

ປະທັບໃຈ ເຄື່ອງປັ້ນດິນເຜົາ Mosaic ກວາງມິນ

ພິຊິດຈຸດສູງຂອງສິລະປະ Mosaic ເຄື່ອງປັ້ນດິນເຜົາ ແມ່ນທິດທາງໜຶ່ງທີ່ປະສົບຜົນສຳເລັດ ແລະ ເປັນຫົວຄິດປະດິດສ້າງແບບພິເສດຂອງເຄື່ອງໝາຍການຄ້າ ເຄື່ອງປັ້ນດິນເຜົາ ກວາງ ມິນ. ພາຍໃຕ້ຝີມືຂອງນາຍຊ່າງຜະລິດເຄື່ອງປັ້ນດິນເຜົາ ກວາງ ມິນ, ຜະລິດຕະພັນຫຼາຍຢ່າງ ໄດ້ປະດິດສ້າງຂຶ້ນ ດ້ວຍຄວາມ ທົນທານກັບການເວລາ, ສ້າງພື້ນທ່ີ ສິລະປະ ທີ່ໂດດເດັ່ນຫຼາຍ ແຫ່ງໃນທ່ົວປະເທດ. 
ອຸດສາຫະກໍາ Mosaic (ສິລະປະຂອງຕົວຕໍ່) ມີປະຫວັດຄວາມ ເປັນມາຢູ່ໃນໂລກ ເຖິງ 4000 ປີແລ້ວ. ບໍລິສັດຫຸ້ນສ່ວນ ເຄື່ອງ ປັ້ນດິນເຜົາ ກວາງມິນ ເປັນໜຶ່ງໃນວິສາຫະກິດແຫ່ງທຳອິດ ຂອງ ຫວຽດນາມ ໄດ້ນຳໃຊ້ ແລະ ພິຊິດ ຕະຫຼາດ Mosaic ເຄື່ອງປັ້ນດິນເຜົາ. ໄດ້ອ່ານປື້ມຫົວໜຶ່ງກ່ຽວກັບ Mosaic ໂດຍ ຄວາມບັງເອີນ, ທ່ານ ເຊີນ ໄດ້ຕັດສິນໃຈ ທຸ້ມເທຢ່າງ ສຸດໃຈ ເພື່ອພິຊິດ ຂົງເຂດດັ່ງກ່າວ. ຜົນງານການປະດິດແຕ່ງ ຊຸດທຳ ອິດ ຂອງທ່ານ ເຊີນ ແມ່ນຮູບພາບ ປະກອບຈາກເຄື່ອງປັ້ນດິນ ເຜົາ ປາ ໄດ້ຮັບການຕີລາຄາສູງຈາກນັກແຕ້ມ ທູຖຸຍ ເມື່ອນາງ ພວມປະຕິບັດໂຄງການກໍ່ສ້າງ ເສັ້ນທາງເຄື່ອງປັ້ນດິນເຜົາ ແມ່ ນໍ້າແດງ. ນັກແຕ້ມ ທູຖຸຍ ໄດ້ສັ່ງສິນຄ້າ ຂອງ ບໍລິສັດຫຸ້ນສ່ວນ ເຄື່ອງປັ້ນດິນເຜົາ ກວາງມິນ ເພື່ອການກໍ່ສ້າງເສັ້ນທາງ ດັ່ງກ່າວ ດ້ວຍເນື້ອທີ່ກວ່າ 100 ມ2


ຖັນແຖວນັກອອກແບບໜຸ່ມທີ່ ກວາງມິນ Mosaic. ພາບ: ຫວຽດເກື່ອງ/VNP


ການຜະລິດຮູບພາບ ຈາກດິນເຜົາ ຢູ່ບໍລິສັດ ຫຸ້ນສ່ວນ ເຄື່ອງປັ້ນດິນເຜົາ ກວາງມິນ. ພາບ: ຫວຽດເກື່ອງ/VNP


ຕັດຮູບພາບທີ່ໄດ້ປະກອບດ້ວຍແຜ່ນດິນເຜົາ ກ່ອນທີ່ຈະເອົາໄປເຜົາ. ພາບ: ຫວຽດເກື່ອງ/VNP


ຮູບພາບທີ່ປະກອບດ້ວຍແຜ່ນດິນເຜົາ ໄດ້ນາຍຊ່າງ ຈັດ ລຽງຢ່າງລະອຽດລະອໍ ກ່ອນ ຈະນຳເຂົ້າໄປ ເຕົ່າເຜົາ. ພາບ: ຫວຽດເກື່ອງ/VNP


 
ຫຸ້ມຫໍ່ຜະລິດຕະພັນສຳເລັດຮູບທີ່ ກວາງມິນ Mosaic. ພາບ: ຫວຽດເກື່ອງ/VNP


ນາຍຊ່າງເກືອບ 100 ຄົນພວມຜະລິດບັນດາຜະລິດຕະພັນ ຮູບພາບທີ່ປະກອບດ້ວຍແຜ່ນດິນເຜົາຢູ່ ກວາງມິນ Mosaic. ພາບ: ຫວຽດເກື່ອງ/VNP


ມູມໜຶ່ງຂອງຮູບພາບທີ່ປະກອບດ້ວຍແຜ່ນດິນເຜົາ ແຜ່ນໜຶ່ງ ທີ່ມີຂະໜາດໃຫຍ່. ພາບ: ຫວຽດເກື່ອງ/VNP


ຮູບພາບແຜ່ນໜຶ່ງ ໄດ້ປະກອບຈາກດິນເຜົາຫຼາຍພັນ ແຜ່ນ ເຊິ່ງສ້າງຈຸດພິເສດ ແລະ ຄວາມແຕກຕ່າງ ໂດຍສະເພາະ. ພາບ: ຫວຽດເກື່ອງ/VNP


ຜະລິດຕະພັນຂອງ ກວາງມິນ Mosaic ໄດ້ປະຕິບັດໂດຍ ຊ່າງທ່ີສີມືທີ່ຄ່ອງແຄ້ວ, ການປະດິດສ້າງຂອງນາຍຊ່າງ ຫຼາຍ ຮ້ອຍຄົນ, ການຮ່ວມມື, ປຶກສາຂອງບັນດານັກແຕ້ມ, ນັກສະ ຖາປະນິກ, ນອກອອກແບບ, ນັກແກະສະຫຼັກ . ພາບ: ຫວຽດເກື່ອງ/VNP


ກວາງມິນ Mosaic ຮັບສະຖິຕິ ສຳລັບໃຫ້ແກ່ກິດຈະກຳ ຫຼັງເຮືອນທີ່ປະກອບດ້ວຍແຜ່ນດິນເຜົາ Mosaic ມີຂະໜາດໃຫຍ່ທີ່ສຸດ ຫວຽດນາມ. ພາບ: ຫວຽດເກື່ອງ/VNP

ທິດທາງພັດທະນາພາບປະກອບ ດ້ວຍເຄື່ອງປັ້ນດິນເຜົາ ໄດ້ ທ່ານ ຫງວຽນກຸຍເຊີນ ສ້າງຂຶ້ນດ້ວຍວິທີການ, ຂັ້ນຕອນການຜະ ລິດ ແລະ ຝຶກອົບຮົມນາຍຊ່າງ ຢ່າງເປັນມືອາຊີບ. ບັນດານາຍ ຊ່າງ ທີ່ດີເດັ່ນ ທຳອາຊີບຜະລິດຮູບພາບປະກອບ ດ້ວຍເຄື່ອງ ປັ້ນດິນເຜົາ ກວາງມິນ ໃນປັດຈຸບັນ ບໍ່ພຽງແຕ່ມີຝີມືດີເທ່ົານັ້ນ, ຍັງມີຄວາມສາມາດໃນການແຕ່ງຮູບຊົງ ຂອງ ຂະແໜງການ ສະຖາປານິກ ກໍ່ຄືໝູນໃຊ້ຄວາມງາມຂອງຂະແໜງການລະບາຍສີຈິດຕະກຳອີກດ້ວຍ. ເຄື່ອງປັ້ນດິນເຜົາ ກວາງມິນ ໄດ້ ແຕ່ງຮູບຊົງດ້ວຍດິນ ແລ້ວເອົາໄປເຜົາເປັນແຜ່ນດິນເຜົາ, ນາຍ ຊ່າງປະກອບແຜ່ນດິນເຜົາໃສ່ກັນເປັນຜະລິດຕະພັນ ສຳເລັດ ຮູບ. ພິເສດເຄື່ອງປັ້ນດິນເຜົາ ຈະເຜົາຢູ່ໃນອຸ່ນຫະພູມ 1.300 ອົງສາ, ສະນັ້ນ ຮັບປະກັນອາຍຸການນຳໃຊ້ໃນໄລຍະຍາວ, ທົນທານຕາມການ ເວລາ ແລະ ສາມາດນຳໃຊ້ໄດ້ ໃນຫຼາຍພື້ນທ່ີ ພາຍໃນເຖິງ ພາຍນອກເຮືອນ. 

ໂຮງງານຜະລິດເຄື່ອງປັ້ນດິນເຜົາ ກວາງມິນ ເປັນສະຖານທີ່ ເຕົ້າໂຮມນັກແຕ້ມທັງພາຍໃນ ແລະ ຕ່າງປະເທດ ມາພັກເຊົາ ຊົ່ວຄາວ ແລະ ປະດິດສ້າງຂຶ້ນບັນດາຜົນງານການ ປະດິດແຕ່ງ ດ້ານສິລະປະ ກ່ຽວກັບ ຮ່າໂນ້ຍ ແລະ ມໍລະດົກ ເຄື່ອງປັ້ນດິນ ເຜົາຂອງ ຫວຽດນາມ.
ເຄື່ອງປັ້ນດິນເຜົາ ກວາງມິນ ໄດ້ສ້າງຄວາມປະທັບໃຈຢູ່ ຫວຽດ ນາມ ດ້ວຍຜົນງານທ່ີໂດດເດັ່ນຫຼາຍຢ່າງເຊັ່ນ: ເຄື່ອງປັ້ນດິນ ເຜົາ 11 ເສົາ ໄດ້ປະກອບຈາກແຜ່ນດິນເຜົາ 2 ລ້ານແຜ່ນທີ່ Goldmark City (ຮ່າໂນ້ຍ), ໃບສະເພົາເຮືອ ທີ່ຈະຕຸລັດ ບິ່ງ ມິນ (ເກືອຫຼໍ່, ເງ້ະອານ), ເຂດທ່ອງທ່ຽວ ວັນລາງ ຝູ໋ເຖາະ, Angsana ລັງໂກ ເຫວ້, ດອກບົວຂີ້ແບ້ (ເຂດຕົວເມືອງນິເວດ ແຄມແມ່ນໍ້າ ຖ໋າຍບິ່ງ) ແລະ ອື່ນໆ.

ພິເສດ, ນັກສະຖາປານິກຫຼາຍຄົນໄດ້ຮ່ວມມືກັບບໍລິສັດ ຫຸ້ນສ່ວນເຄື່ອງປັ້ນດິນເຜົາ ກວາງມິນ ເພື່ອນຳອຸດສາຫະກໍາ Mosaic ເຂົ້າໃນບັນດາ ກິດຈະກຳທີ່ມີຈຸດສຳຄັນພິເສດຢູ່ ຫວຽດນາມ ຄື ທຸງຊາດ ຫວຽດ ນາມ ມີເນື້ອທີ່ 303,8 ມ2 ໄດ້ປະກອບດ້ວຍແຜ່ນດິນເຜົາ ກວ່າ 2 ລ້ານແຜ່ນ ເຊິ່ງໄດ້ຕັ້ງເທິງຫຼັງຄາຫໍປະຊຸມຂອງເກາະ ເຈື່ອງຊາເຫຼີ໋ນ (ເມືອງເກາະ ເຈື່ອງຊາ, ແຄ໋ງຮວ່າ).


ຮູບພາບທຸງຊາດ ຫວຽດນາມ ໄດ້ປະຕິບັດຈາກແນວຄວາມ ຄິດຂອງນັກແຕ້ມ ທູຖຸຍ ໂດຍບໍລິສັດ ກວາງມິນ mosaic ເປັນ ຜູ້ສະໜອງວັດຖຸດິບ ດ້ວຍແຜ່ນດິນເຜົາ 310.000 ແຜ່ນ ເຊິ່ງ ໄດ້ ຕິດຕັ້ງເທິງຫຼັງຄາຫໍປະຊຸມຂອງເກາະ ເຈື່ອງຊາເຫຼີ໋ນ (ເມືອງ ເກາະ ເຈື່ອງຊາ, ແຄ໋ງຮວ່າ). ພາບ: ຫວຽດເກື່ອງ/VNP


ຶ່ງໃນບັນດາກິດຈະກຳດີເດ່ັນ ໃນທ່ົວປະເທດ ຫວຽດນາມ ໂດຍ ກວາງມິນ Mosaic ເປັນຜູ້ກໍ່ສ້າງ. ພາບ: ເອກະສານ


ຮູບພາບພິເສດແຜ່ນໜຶ່ງ ເຂັ້ມຂຸ້ນໄປດ້ວຍລັກສະນະ ຈຳເພາະ ຫວຽດນາມ ຂອງ ກວາງມິນ Mosaic. ພາບ: ເອກະສານ


ຜົນງານການປະດິດແຕ່ງໜຶ່ງຂອງ ກວາງມິນ Mosaic. ພາບ: ເອກະສານ


ບັນດາຜົນງານການປະດິດແຕ່ງທີ່ມີສີສັນສຸພາບຮຽບຮ້ອຍຂອງ ກວາງມິນ Mosaic. ພາບ: ເອກະສານ


ບັນດາຜົນງານການປະດິດແຕ່ງທີ່ເຕັມໄປດ້ວຍຄຸນລັກສະນະ ສິລະປະຂອງ  ກວາງມິນ Mosaic. ພາບ: ເອກະສານ

ໃນ 10 ປີຜ່ານມາ, ບໍລິສັດຫຸ້ນສ່ວນເຄື່ອງປັ້ນດິນເຜົາ ກວາງມິນ ໄດ້ກາຍເປັນເພື່ອນຮ່ວມທາງກັບນັກສຶກສາຫຼາຍລຸ້ນ ທີ່ມາຈາກ ມະຫາວິທະຍາໄລ ວິຈິດສິນ, ສະຖາປານິກ... ຊ່ວຍເຮັດໃຫ້ເຂົາ ເຈົ້າມີໂອກາດໄດ້ມາຝຶກງານຢູ່ໂຮງງານຜະລິດ ເຄື່ອງປັ້ນ ດິນ ເຜົາ ເພື່ອເສີມຂະຫຍາຍຄວາມສາມາດໃນການລະບາຍສີ ຈິດ ຕະກຳ, ແຕ່ງຮູບຊົງໃນວຽກງານກ່ຽວກັບອະນາຄົດ. 

ມາຍັງ ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບາດຈ່າງ, ນັກທ່ອງ ທ່ຽວຈະຮູ້ສຶກປະທັບໃຈເມື່ອໄດ້ມາຢ້ຽມຢາມເຮືອນ ທ່ີສ້າງດ້ວຍ ເຄື່ອງປັ້ນດິນເຜົາ ເຊິ່ງສ້າງສະຖິຕິ ຫວຽດນາມ ດ້ວຍແຜ່ນດິນ ເຜົາ 3 ລ້ານແຜ່ນ ໄດ້ປະກອບໃສ່ກັນກາຍເປັນຜະລິດຕະພັນ ພິເສດ, ພັນລະນາເຖິງຮູບພາບປະເທດຊາດ ແລະ ຜູ້ຄົນ ຫວຽດ ນາມ. ເຮືອນຫຼັງນັ້ນ ແມ່ນເຮືອນ ທີ່ເປັນແບບຢ່າງຂອງເຄື່ອງ ປັ້ນດິນເຜົາ ກວາງມິນ-ກິດຈະກຳໜຶ່ງ ທີ່ສະແດງໃຫ້ເຫັນຄວາມ ທຸ້ມເທຢ່າງສຸດໃຈ, ເປັນສະຖານທີ່ສ້າງແຮງບັນດານໃຈໃຫ້ແກ່ ສິລະປະ Mosaic ເຄື່ອງປັ້ນດິນເຜົາ. 
ບົດ: ເຈິ່ນເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ

top