ທ່ອງທ່ຽວ

ປະທັບໃຈ ເກາະ ແບ໋ງເຊື໊ອ

ເກາະ ແບ໋ງເຊື໊ອ (ຫຼື ເອີ້ນວ່າ ເກາະ ອົງເຕີ່ ຫຼື ເກາະ ຕູຫ່າຍ) ຢູ່ ອ່າວ ບ໊າຍຕື໋ລອງ ຂອງແຂວງ ກວາງນິງ. ສໍາລັບຜູ້ທ່ີຕ້ອງການ ສໍາຫຼວດ ແລະ ມັກຄວາມງຽບສະຫງົບ, ເກາະ ແບ໋ງເຊື໊ອ ມີທັດ ສະນີຍະພາບທຳມະຊາດ ທ່ີສວຍງາມ ແບບປະຖົມປະຖານ, ເປັນສະຖານທີ່ທ່ອງທ່ຽວ ໜ້າຈັບໃຈ ສຳລັບ ນັກທ່ອງທ່ຽວ ທີ່ຕ້ອງການໜີຈາກຄວາມວຸ້ນວາຍໃນຕົວເມືອງ.

ເກາະ ແບ໋ງເຊື໊ອ ມີເນື້ອທີ່ບໍ່ເຖິງ 1 ກມ2, ບ່ອນກວ້າງສຸດປະມານ 420 ມ ແລະ ຄ້າຍຄື ເຕົ່ານ້ອຍໂຕໜຶ່ງ ຢູ່ກາງທະເລ ທີ່ກວ້າງ ໃຫຍ່ໄພສານ. ເພາະສະນັ້ນເກາະແຫ່ງນີ້ ໄດ້ຖືເປັນນ້ອງຫຼ້າ ໃນ “ຄອບຄົວ” ທີ່ມີເກາະ ໃຫຍ່ນ້ອຍ ຫຼາຍຮ້ອຍເກາະ ຂອງ ອ່າວ ບ໊າຍຕື໋ລອງ. 

ເກາະ ແບ໋ງເຊື໊ອ ເບິ່ງຈາກທ່ີສູງ ຄ້າຍເຕົ່ານ້ອຍໂຕໜຶ່ງ, ສັດທະເລ ທີ່ເປັນສັນຍະລັກ ຢູ່ໃນອ່າວ ບ໊າຍຕື໋ລອງ. ພາບ: ຮວ່າງຮ່າ/VNP
ຍ່າງຫຼີ້ນເທິງເກາະ, ນັກທ່ອງທ່ຽວຈະພົບກັບຄວາມປະທັບໃຈອ້ອມເກາະແຫ່ງນີ້.​ ຢູ່ບ່ອນໃດບ່ອນໜຶ່ງເທິງເກາະ, ນັກທ່ອງ ທ່ຽວ ຈະພົບກັບບ່ອນຜ່ອຍຄາຍອາລົມ ທີ່ເຕັມໄປດ້ວຍຄວາມສຸກສະ ບາຍ, ເພີດເພີນກັບກະແສນໍ້າທີ່ໃສສະອາດ, ລອຍນໍ້າອ້ອມບໍລິ ເວນ ເທິງເກາະແຫ່ງນີ້ ແລະ ດຳນໍ້າຊົມປະກາລັງ ທີ່ມີຫຼາກຫຼາຍ ສີສັນ. 
ນັກທ່ອງທ່ຽວ ຢ້ຽມຢາມເກາະ ເທິງທ່າທຽບເຮືອ. ພາບ: ຮວ່າງຮ່າ/VNP
ນັກທ່ອງທ່ຽວພາຍເຮືອ Kayak ອ້ອມເກາະ ແບ໋ງເຊື໊ອ. ພາບ: ຮວ່າງຮ່າ/VNP
ຈຸດທ່ີເປັນເອກະລັກ ຂອງ ເກາະ ແບ໋ງເຊື໊ອ ແມ່ນພື້ນທີ່ ງຽບສະ ຫງົບ, ເຕັມໄປດ້ວຍບັນຍາກາດທີ່ສຸກສະບາຍ. ເພື່ອຊອກຮູ້ເກາະ ທີ່ສວຍງາມນີ້, ນັກທ່ອງທ່ຽວ ຕ້ອງຕື່ນແຕ່ 5 ໂມງເຊົ້າ ເພື່ອໄປ ຫາ ປີງທະເລ ກັບຊາວປະມົງ, ເພາະວ່າ ເວລານັ້ນ ລະດັບນໍ້າ ທະເລ ຈະລົດລົງຕໍ່າທີ່ສຸດ. ສືບຕໍ່ບໍລິການ, ນັກທ່ອງທ່ຽວ ຈະຂີ່ ເຮືອ ໃຊ້ເວລາ ປະມານ 30 ນາທີ ຈຶ່ງອອກໄປຮອດ ຖໍ້າກວານ, ນີ້ເປັນສະຖານທີ່ ເຄີຍໃຊ້ເປັນ ຖານທີ່ໝັ້ນ ທາງທະຫານ ໃນສະໄໝສົງຄາມ ທຳລາຍ ຂອງຈັກກະພັດ ອາເມລິກາ ຢູ່ພາກເໜືອ. ຢູ່ທີ່ນີ້ ມີຫີນງອກ, ຫີນຍ້ອຍ ດ້ວຍຮູບຊົງ ແປກປະຫຼາດ ແລະ ສວຍງາມ. ເມື່ອຕາເວັນສ່ອງແສງກ້າ, ເຮືອ ຈະພານັກທ່ອງທ່ຽວ ເຂົ້າມາຍັງເຮືອນແພ ຂອງຊາວປະມົງ ທີ່ອາໄສຢູ່ເທິງອ່າວ. ນັກທ່ອງທ່ຽວ ສາມາດເລືອກຊື້ ສິນທະເລ ຕາມໃຈມັກ ເອົາມາເກາະແບ໋ງເຊື໊ອ ໃຫ້ຊາວບ້ານ ປຸງແຕ່ງ ເປັນເຍື່ອງອາຫານ ທີ່ແຊບຊ້ອຍ. 
ສິນທະເລ ຢູ່ເທິງເກາະ ແບ໋ງເຊື໊ອ ເພື່ອຮັບໃຊ້ ໃຫ້ແກ່ ນັກທ່ອງທ່ຽວ. ພາບ: ຮວ່າງຮ່າ/VNP
ເກາະ ແບ໋ງເຊື໊ອ ເບິ່ງຈາກທ່ີສູງ ຄ້າຍເຕົ່ານ້ອຍໂຕໜຶ່ງ, ສັດທະເລ ທີ່ເປັນສັນຍະລັກ ຢູ່ໃນອ່າວ ບ໊າຍຕື໋ລອງ. ພາບ: ຮວ່າງຮ່າ/VNP

“ນ້ອງຫຼ້າ” ໃນຄອບຄົວອ່າວ ບ໊າຍຕື໋ລອງ ມີເນື້ອທີ່ ບໍ່ເຖິງ 1 ກມ2, ສະນັ້ນ ຈິ່ງບໍໍ່ມີຫາດຊາຍທະເລ ຍາວ ຄືຢູ່ ເກາະຕ່າງໆ, ແຕ່ນໍ້າ ທະເລ ຢູ່ທີ່ນີ້ ສຸດທີ່ໃສສະອາດ. ເທິງເກາະ ມີກິດຈະກຳລ້ຽງ ແລະ ປຸງແຕ່ງສິນທະເລຈຳນວນໜຶ່ງ, ມີເຮືອນແບບ home stay ຢ່າງ ໝັ້ນຄົງ. ນັກທ່ອງທ່ຽວ ສາມາດລອຍນໍ້າ ແລະ ດຳນໍ້າຊົມ ປະກາ ລັງ ທີ່ມີຫຼາກຫຼາຍສີສັນ. ຕອນບ່າຍ, ນັກທ່ອງທ່ຽວສາມາດແວ່ ມາ ຢາມເຂດລ້ຽງຫອຍ ນາງລົມ ພ້ອມທັງອາບນໍ້າ, ຫາຫອຍ ນາງລົມ ກັບປະຊາຊົນ. ເທິງເກາະ ມີພູສູງ ໜ່ວຍໜຶ່ງ, ເປັນບ່ອນ ເໝາະສົມ ໃຫ້ນັກທ່ອງທ່ຽວ ຂຶ້ນຊົມທັດສະນີຍະພາບ ໃນຍາມ ເຊົ້າ ແລະ ຍາມແລງ ອ່າວ ບ໊າຍຕື໋ລອງ ທີ່ສວຍງາມ.

ເມື່ອຕາເວັນ ພົ້ນຂຶ້ນຈາກຂອບຟ້າໃນຍາມເຊົ້າ, ແສງຕາເວັນ ເຫຼື້ອມລະຍິບລະຍັບ ສາດລົງສູ່ບັນດາເກາະ ເຊິ່ງເຮັດໃຫ້ນັກ ທ່ອງທ່ຽວ ຮູ້ສຶກຕົກຕະລຶງ. ຍາມຕາເວັນບ່າຍ, ອ່າວ ບ໊າຍຕື໋ລອງ ທ່ີໃສສະອາດ ຈະປາກົດຕົວຂຶ້ນ ທ່າມກາງບັນຍາດ ແສງສີທອງ ອ່ອນໆ ແລ້ວຄ່ອຍໆ ລັບລົງສູ່ຂອບຟ້າ ສ້າງເປັນຫຼາຍຮູບຊົງທີ່ ແປກປະຫຼາດ, ເຮັດໃຫ້ນັກທ່ອງ ທ່ຽວຮູ້ສຶກປະທັບໃຈ. ໄດ້ເຈືອ ຈານເຂົ້າກັບທຳມະຊາດ ແລະ ການດຳລົງຊີວິດຂອງ ຊາວປະມົງ ຢູ່ເທິງເກາະ, ແນ່ນອນວ່າ ນັກທ່ອງທ່ຽວ ຈະພົບເຫັນຫຼາຍສິ່ງ ຫຼາຍຢ່າງ ທີ່ໜ້າປະທັບໃຈ. ຢູ່ບ່ອນໃດໜຶ່ງ ເທິງເກາະ, ນັກທ່ອງ ທ່ຽວ ຈະພົບກັບ ຊ່ວງເວລາ ທີ່ຫວານຊື່ນ ຄື ເຂົ້າໜົມນໍ້ານົມ (ແບ໋ງເຊື໊ອ), ເພື່ອລືມຄວາມສັບສົນວຸ້ນວາຍໃນວຽກງານ, ຄວາມ ກັງວົນ ໃນຊີວິດ ປະຈຳວັນ ຊົ່ວໄລຍະ.  


 


top