ຂ່າວສານ

ປະຕິຮູບການເຊື່ອມໂຍງແລະພັດທະນາ: 2 ປັດໃຈສຳຄັນເພື່ອເພີ່ມທະວີການເຕີບໂຕເສດຖະກິດປີ 2021

ຍ້ອນມີການບໍລິຫານຂອງລັດຖະບານ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດບັນລຸລະດັບເຕີບໂຕເປັນບວກ 2,91%, ໃນຂະນະທີ່ຫຼາຍປະເທດໃນໂລກບັນລຸລະດັບເຕີບໂຕເປັນລົບ.
ທີ່ກອງປະຊຸມສຳມະນາ. (ພາບ: BNEWS/TTXVN)

ເຖິງວ່າພື້ນຖານເສດຖະກິດປີ 2020 ມີການຫັນປ່ຽນຫຼາຍຢ່າງ ຈາກການຜັນແປທີ່ສັບສົນຂອງ ໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ຍ້ອນມີການບໍລິຫານຂອງລັດຖະບານ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດບັນລຸລະດັບເຕີບໂຕເປັນບວກ 2,91%, ໃນຂະນະທີ່ຫຼາຍປະເທດໃນໂລກບັນລຸລະດັບເຕີບໂຕເປັນລົບ.

ໃນປີ 2021, ບັນດານັກຊ່ຽວຊານທາງດ້ານເສດຖະກິດຫຼາຍທ່ານໄດ້ຄາດຄະເນວ່າ, ໃນປີ 2021 ຈະມີ 2 ແຜນການໃຫ້ແກ່ການເຕີບໂຕເສດຖະກິດ. ຕາມນັ້ນແລ້ວ, ແຜນການທີ 1 ແມ່ນສາມາດບັນລຸລະດັບ 5,98% ແລະ ແຜນການທີ 2 ແມ່ນບັນລຸ 6,46%. ສານເຊິ່ງນັກຊ່ຽວຊານຫຼາຍທ່ານຍົກອອກມາແມ່ນ ຄວນສືບຕໍ່ສຸມໃສ່ການປະຕິຮູບພື້ນຖານເສດຖະກິດຈຸນລະພາກ, ປ່ຽນແປງໃໝ່ລະບົບລະບອບເສດຖະກິດ. ທີ່ກອງປະຊຸມສຳມະນາ “ເສດຖະກິດຫວຽດນາມ ປີ 2020 ແລະ ແງ່ຫວັງປີ 2021 - ປະຕິຮູບການເຊື່ອມໂຍງ ແລະ ພັດທະນາ” ເຊິ່ງສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງຈັດຕັ້ງຂຶ້ນໃນຕອນເຊົ້າ ວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ນັກຊ່ຽວຊານທາງດ້ານເສດຖະກິດ ເລດັງແຢງ, ຖືວ່າ.

“ຂ້າພະເຈົ້າຄິດວ່າ, ຕະຫຼາດພາຍໃນປະເທດບໍ່ຕ້ອງ ແຍກອອກຈາກຕະຫຼາດໂລກ. ພວກເຮົາຕ້ອງເບິ່ງຄືນຕະຫຼາດຢູ່ພາຍໃນປະເທດ ເພື່ອເຊື່ອມຕໍ່ກັບຕະຫຼາດຕ່າງປະເທດ. ຕາມນັ້ນແລ້ວ, ຄວນຍູ້ໄວການລົງທຶນພາກລັດ, ຂຸດຄົ້ນເຂດເສດຖະກິດພາກເອກະຊົນ, ຮ່ວມສຳພັນວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າໃນລະບົບມູນຄ່າ ເພື່ອຍູ້ແຮງການສົ່ງອອກໄປຍັງ ຕະຫຼາດອື່ນ”.

(ແຫຼ່ງຄັດຈາກ VOV)


top