ຂ່າວສານ

ປະຕິບັດໂຄງການແກ້ໄຂຜົນຮ້າຍຈາກລູກລະເບີດຫຼັງສົງຄາມເປັນຢ່າງດີ

      ຕາມຂໍ້ມູນສະຖິຕິແລ້ວ, ຮອດເດືອນທັນວາປີ 2020, ຫວຽດນາມ ມີເນື້ອທີ່ດິນ 5640 ລ້ານເຮັກຕາຍັງມີລູກລະເບີດ, ໝາກໝີ່ນບໍ່ທັນແຕກ, ກວມເອົາ 17,1% ເນື້ອທີ່ດິນຂອງທົ່ວປະເທດ.
(ພາບ: nhandan.com.vn )
      ຫວຽດນາມ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ ຈາກສົງຄາມຄັ້ງຕ່າງໆ, ໃນນັ້ນ, ປະຈຸບັນ, ຍັງມີປະລິມານລູກລະເບີດ, ໝາກໝີ່ນ ໄດ້ຕົກຄ້າງຢູ່ຫຼາຍແຫ່ງ. ຕາມຂໍ້ມູນສະຖິຕິແລ້ວ, ຮອດເດືອນທັນວາປີ 2020, ຫວຽດນາມ ມີເນື້ອທີ່ດິນ 5640 ລ້ານເຮັກຕາຍັງມີລູກລະເບີດ, ໝາກໝີ່ນບໍ່ທັນແຕກ, ກວມເອົາ 17,1% ເນື້ອທີ່ດິນຂອງທົ່ວປະເທດ. ໃນຫຼາຍປີຜ່ານມາ, ຫວຽດນາມ ໄດ້ມານະພະຍາມ ເພື່ອເຮັດໃຫ້ສະອາດບັນດາເຂດດັ່ງກ່າວ. ບັນດາເປົ້າໝາຍເປັນຄົນພິການໄດ້ຮັບເງິນໜູນຊ່ວຍເປັນປະຈຳເດືອນ, ໄດ້ຮັບເຮືອນແຫ່ງສາຍຈິດມິດໃຈ, ໄດ້ຮັບການສອນວິຊາຊີບ, ໜູນຊ່ວຍວຽກເຮັດງານທຳ….ທ່ານພັນເອກ ຫງວຽນແຫັ້ງຝຸກ, ຮອງຜູ້ອຳນວຍການໃຫ່ຍສູນການກະທຳລູກລະເບີດ ໝາກໝີ່ນແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ:
   ແຕ່ປີ 2010 ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງດຳລັດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ບັນດາຈົດໝາຍລັດຖະການກ່ຽວກັບບັນດາຂັ້ນຕອນ, ມາດຕະການ ໃນວິວັດການປະຕິບັດການທຳລາຍລູກລະເບີດ, ໝາກໝີ່ນ ກໍ່ຄືບັນດານະໂຍບາຍ, ກົນໄກສຳລັບຜູ້ປະສົບເຄາະຮ້າຍ. ບັນດາທ້ອງຖິ່ນກໍ່ມີເອກະສານຊີ້ນຳ ກ່ຽວກັບການວາງແຜນກຳນົດ, ສຶກສາ, ສອນວິຊາຊີບໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກລູກລະເບີດບໍ່ທັນແຕກ. ນີ້ແມ່ນໝາກຜົນທີ່ຕັ້ງໜ້າທີ່ສຸດ.
(ແຫຼ່ງຄັດຈາກ VOV)


top