ຂ່າວສານ

ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມໃນຂົງເຂດການແພດຢ່າງຮີບດ່ວນ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ ຈົ່ງຈັດຕັ້ງການປະຕິບັດບັນດາໜ້າທີ່ເຊິ່ງໄດ້ຮັບມອບໝາຍໃນມະຕິຂອງສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ… ຢ່າງຮີບດ່ວນ, ຂ້ຽວຂາດ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ ຈົ່ງຈັດຕັ້ງການປະຕິບັດບັນດາໜ້າທີ່ເຊິ່ງໄດ້ຮັບມອບໝາຍໃນມະຕິຂອງສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ… ຢ່າງຮີບດ່ວນ, ຂ້ຽວຂາດ.

    

ຫ້ອງວ່າການລັດຖະບານ ຫາກໍ່ປະກາດເອກະສານກ່ຽວກັບເລື່ອງ ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມໃນຂົງເຂດການແພດ ແລະ ຮັບປະກັນພາລະກອນການແພດຢ່າງຮີບດ່ວນເພື່ອປະຕິບັດຢ່າງໄວ, ບັນລຸປະສິດທິຜົນໂຄງການພັດທະນາເສດຖະກິດ - ສັງຄົມສຳລັບເນື້ອໃນຂຶ້ນກັບຂົງເຂດການແພດ ແລະ ມີມາດຕະການຮັບປະກັນແຫຼ່ງຊັບພະຍາກອນການແພດໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດ ແລະ ການກວດ, ປິ່ນປົວພະຍາດຮັບໃຊ້ປະຊາຊົນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ຫວຽດນາມ ຈົ່ງຈັດຕັ້ງການປະຕິບັດບັນດາໜ້າທີ່ເຊິ່ງໄດ້ຮັບມອບໝາຍໃນມະຕິຂອງສະພາແຫ່ງຊາດ, ລັດຖະບານ, ນາຍົກລັດຖະມົນຕີ… ຢ່າງຮີບດ່ວນ, ຂ້ຽວຂາດ, ມີປະສິດທິຜົນ; ພ້ອມກັນນັ້ນ, ກະຊວງສາທາລະນະສຸກກໍ່ເປັນປະທານ, ສົມທົບກັບຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງຮີບຮ້ອນກວດກາຄືນ, ລວບລວມຈຳນວນແຫຼ່ງຊັບພະຍາກອນມະນຸດດ້ານການແພດ; ມາດຕະການຮັບປະກັນແຫຼ່ງຊັບພະຍາກອນມະນຸດເພື່ອປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດ ແລະ ການກວດ, ປິ່ນປົວພະຍາດຮັບໃຊ້ປະຊາຊົນໃນທົ່ວປະເທດ, ປະກອບສ່ວນຮັບປະກັນຊີວິດສັງຄົມ, ຍູ້ແຮງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

(ແຫຼ່ງຄັດຈາກ VOV)


top