ຂ່າວສານ

ປະຕິບັດວຽກງານບຸກຄະລາກອນສະມາຊິກສະແຫ່ງຊາດຊຸດທີ XV ໃຫ້ເປັນຢ່າງດີ

ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຮ່າງບົດລາຍງານໝາກຜົນວຽກງານຂອງອະນຸກຳມະການບຸກຄະລາກອນ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ.
(ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າອະນຸກຳມະການບຸກຄະລາກອນ ເຈິ່ງແທັງເໝີນ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ອະນຸກຳມະການບຸກຄະລາກອນ, ສະພາເລືອກຕັ້ງແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາເລືອກຕັ້ງແຫ່ງຊາດ, ຫົວໜ້າອະນຸກຳມະການບຸກຄະລາກອນ ເຈິ່ງແທັງເໝີນ ໄດ້ເປັນປະທານກອງປະຊຸມ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຮ່າງບົດລາຍງານໝາກຜົນວຽກງານຂອງອະນຸກຳມະການບຸກຄະລາກອນ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ, ພິເສດແມ່ນປະກອບຄຳເຫັນໃສ່ບັນດາບັນຫາຈຸດສຸມໃນໄລຍະຈະມາເຖິງ.

        ສະຫຼຸບກອງປະຊຸມ, ທ່ານ ເຈິ່ນແທັງເໝີນ ສະເໜີໃຫ້ອະນຸກຳມະການບຸກຄະລາກອນ ຈົ່ງສືບຕໍ່ຈັດແບ່ງຜູ້ປະຈຳການເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຍ້ອນໂລກລະບາດ, ໄພທຳມະຊາດ, ຍ້ອນຄວາມເປັນລະບຽບຮຽບຮ້ອຍ…; ກະກຽມຈິດໃຈ, ວິທີການສັງລວມໝາກຜົນການເລືອກຕັ້ງໃຫ້ຮັບປະກັນຖືກຕ້ອງຕາມກຳນົດເວລາ, ຊັດເຈນ, ພ້ອມທັງກະກຽມວຽກງານປະກາດບັນຊີລາຍຊື່ຜູ້ໄດ້ຮັບເລືອກຕັ້ງຖືກຕ້ອງກັບເວລາເຊິ່ງສະພາເລືອກຕັ້ງແຫ່ງຊາດໄດ້ວາງອອກ… ຮັບປະກັນໃຫ້ການເລືອກຕັ້ງບັນລຸຜົນສຳເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)


top