ຫວຽດນາມ ມີຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີຜ່ານເຂດນ່ານຟ້າຂອງ ຍີ່ປຸ່ນ ໃນວັນທີ 15 ກັນຍາ 2017
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
ວັນທີ 17 ກັນຍາ 2017, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເຫດການ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີຜ່ານເຂດນ່ານຟ້າຂອງ ຍີ່ປຸ່ນ ໃນວັນທີ 15 ກັນຍາ 2017, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: “ຫວຽດນາມ ມີຄວາມວິຕົກວັງວົນຢ່າງເລິກເຊິ່ງຕໍ່ເລື່ອງ ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີຜ່ານເຂດນ່ານຟ້າຂອງ ຍີ່ປຸ່ນ ໃນວັນທີ 15 ກັນຍາ 2017, ຊຶ່ງໄດ້ລະເມີດບັນດາມະຕິກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ ຢ່າງໜັກ, ກໍ່ຄວາມເຄັ່ງຕຶງຢູ່ພາກພື້ນ. ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍສະໜັບສະໜູນທຸກໆຄວາມມານະພະຍາຍາມຊຸກຍູ້ການເຈລະຈາ ແລະ ຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມ ເກົາຫຼີ; ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບບັນດາມະຕິທີ່ກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສປຊ ຢ່າງເຂັ້ມງວດ ແລະ ມີບັນດາການກະທຳມີລັກສະນະສ້າງສັນ, ແທດຈິງ, ປະກອບສ່ວນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.”
(ແຫຼ່ງຄັດຈາກ VOV)