ຂ່າວສານ

ປະດັບຫຼຽນໄຊຂອງປະທານປະເທດລາວ ໃຫ້ບັນດາໝູ່ຄະນະ, ບຸກຄົນແຂວງ ກວາງນິງ

ການນຳແຂວງ ກວາງນິງ ແລະ 3 ແຂວງພາກເໜືອລາວ ໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍຕາມລວງເລິກ.
ຕອນບ່າຍວັນທີ 03 ມິຖຸນາ, ຢູ່ແຂວງ ກວາງນິງ, ຫວຽດນາມ. ແຂວງ ຫລວງພະບາງ, ແຂວງ ໄຊຍະບູລີ ແລະ ແຂວງ ຫົວພັນ (ລາວ) ໄດ້ສົມທົບກັບແຂວງ ກວາງນິງ ຈັດຕັ້ງພິທີປະດັບຫຼຽນໄຊຂອງປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃຫ້ບັນດາໝູ່ຄະນະ, ບຸກຄົນຂອງແຂວງ ກວາງນິງ ທີ່ມີຜົນງານປະກອບສ່ວນເຂົ້າໃນການພັດທະນານ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນດອກ ເລຂາຄະນະພັກແຂວງ ກວາງນິງ ຢືນຢັນວ່າ: ກວາງນິງ ຈະສືບຕໍ່ຊຸກຍູ້, ເພີ່ມທະວີການພົວພັນແລກປ່ຽນຮ່ວມມືຮອບດ້ານກັບ 3 ແຂວງພາກເໜືອຂອງ ລາວ ໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນກ່ວາ, ປະກອບສ່ວນສືບທອດ ເພື່ອໃຫ້ລຸ້ນຫລັງເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.
 
ພິທີປະດັບຫຼຽນໄຊຂອງປະທານປະເທດລາວ ໃຫ້ບັນດາໝູ່ຄະນະ, ບຸກຄົນແຂວງ ກວາງນິງ  (ພາບ: baoquangninh)
ແລະກໍ່ໃນວັນດຽວກັນ, ກໍ່ໄດ້ດຳເນີນກອງປະຊຸມເຈລະຈາເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງແຂວງ ກວາງນິງ (ຫວຽດນາມ) ແລະ ບັນດາແຂວງ ຫຼວງພະບາງ, ຫົວພັນ, ໄຊຍະບູລີ. ທີ່ກອງປະຊຸມເຈລະຈາ, ການນຳແຂວງ ກວາງນິງ ແລະ 3 ແຂວງພາກເໜືອລາວ ໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍຕາມລວງເລິກ, ໃນບັນດາຂົງເຂດຄື: ເສດຖະກິດ, ວັດທະນະທຳ, ສາທາລະນະສຸກ, ວິທະຍາສາດ - ເຕັກນິກ, ເປັນຕົ້ນແມ່ນຂົງເຂດທ່ອງທ່ຽວ; ສົມທົບກັນຢ່າງແໜ້ນແຟ້ນໃນການຮ່ວມມືດ້ານການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
(ແຫຼ່ງຄັດຈາກ VOV)

top