ຂ່າວສານ

ປະຊາຊົນໃນທົ່ວປະເທດຮູ້ສຶກປິຕິຊົມຊື່ນ ຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      "ບັນດາການນຳຈາກສູນກາງລົງຮອດທ້ອງຖິ່ນລ້ວນແຕ່ມີການເບິ່ງແຍງດູແລ ໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ ເພາະສະນັ້ນ, ປະຊາຊົນຍິ່ງມີຄວາມໄວ້ເນື້ອເຊື່ອໃຈກ່ວາຕໍ່ການນຳພາ, ກຳລັງແຮງໃນການຕໍ່ສູ້ໂດຍໄວຂອງ ບັນດາພະນັກງານ."
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງກ່າວວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VGP)
      ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຫວຽດນາມ ຮູ້ສຶກດີໃຈ ແລະ ປິຕິຊົມຊື່ນ ຂະນະທີ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ. ທ່ານ ຫງວຽນຫຶວບິ໊ງ, ອະດີດຫົວໜ້າຄະນະກວດກາຄະນະພັກແຂວງ ກ໋ວາງນິງ ເນັ້ນໜັກວ່າ:
            ບັນດາການນຳຈາກສູນກາງລົງຮອດທ້ອງຖິ່ນລ້ວນແຕ່ມີການເບິ່ງແຍງດູແລ ໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ ເພາະສະນັ້ນ, ປະຊາຊົນຍິ່ງມີຄວາມໄວ້ເນື້ອເຊື່ອໃຈກ່ວາຕໍ່ການນຳພາ, ກຳລັງແຮງໃນການຕໍ່ສູ້ໂດຍໄວຂອງ ບັນດາພະນັກງານ. ຂ້າພະເຈົ້າກໍ່ຄືຫຼາຍຄົນຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແລະ ມີຄວາມປາດຖະໜາວ່າ ພາຍຫຼັງກອງປະຊຸມໃຫຍ່ ຫວຽດນາມຈະບືນຕົວຂຶ້ນຢ່າງແຮງກ່ວາອີກ.
            ໂດຍຕິດຕາມວາລະອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ຜ່ານຄື້ນຂອງວິທະຍຸກະຈາຍສຽງຫວຽດນາມ, ທ່ານ ໂດກ໊ວກຮຸຍ, ປະຊາຊົນແຂວງອຽນບ໊າຍສະແດງວ່າ:
        ເມື່ອຮັບຟັງວິທະຍຸກະຈາຍສຽງຫວຽດນາມ, ຂ້າພະເຈົ້າໄດ້ຮູ້ວ່າ ກອງປະຊຸມຄັ້ງນີ້ ໄດ້ຄັດເລືອກເອົາຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ ແມ່ນຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີຈັນຍາບັນ, ພິເສດແມ່ນທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບການເລືອກຕັ້ງ, ນັ້ນແມ່ນສິ່ງທີ່ສະມາຊິກພັກ ແລະ ປະຊາຊົນຮູ້ສຶກປິຕິຊົມຊື່ນ ແລະ ດີໃຈ. ໃນອາຍຸການຈະມາເຖິງ, ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ, ສູນກາງພັກ ຈະນຳພາປະເທດໃຫ້ນັບມື້ນັບພັດທະນາ, ເສີມຂະຫຍາຍໄດ້ທີ່ຕັ້ງບົດບາດ, ບັນລຸໄດ້ຜົນງານຫຼາຍຢ່າງ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພິເສດແມ່ນໃນໄລຍະເກີດໂລກລະບາດໂຄງິດ - 19 ນີ້.   
(ແຫຼ່ງຄັດຈາກ VOV)

  


top