ຂ່າວສານ

ປະຊາຊົນໃນທົ່ວປະເທດສະແດງຄວາມໂສກເສົ້າເສຍດາຍຕໍ່ການເຖິງແກ່ມໍລະນະກຳຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ

 ເມື່ອເຕື້ອງເຖິງບັນດາການພົບປະກັບຜູ້ມີສິດເລືອກຕັ້ງຄັ້ງຕ່າງໆຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່ອນ ແລະ ຫຼັງກອງປະຊຸມຂອງສະພາແຫ່ງຊາດ...

ພິທີໄວ້ອາໄລຂອງຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ 

ດ້ວຍບົດບາດເປັນສະມາຊິກສະພາແຫ່ງຊາດ, ເປັນຕົວແທນຂອງປະຊາຊົນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ແມ່ນຕົວແທນທີ່ໃກ້ຊິດສະໜິດສະໜົມຂອງປະຊາຊົນ, ຍາມໃດກໍ່ຮັບຟັງການປະກອບຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ແບ່ງປັນແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.

        ເມື່ອເຕື້ອງເຖິງບັນດາການພົບປະກັບຜູ້ມີສິດເລືອກຕັ້ງຄັ້ງຕ່າງໆຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່ອນ ແລະ ຫຼັງກອງປະຊຸມຂອງສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງບໍ່ອາດຫຼົງລືມໄດ້ວ່າທ່ານແມ່ນຜູ້ເປີດອົກເປີດໃຈ, ການນຳສະເໜີ, ອະທິບາຍກະທັດລັດ, ເຂົ້າໃຈງ່າຍບັນດາເນື້ອໃນ, ບັນດາແຜນນະໂຍບາຍ, ແນວທາງນະໂຍບາຍຂອງພັກເຜີຍແຜ່ບັນດາບັນຫາເຊິ່ງມະຕິຂອງສະພາແຫ່ງຊາດໄດ້ນຳມາ, ປຶກສາຫາລື ແລະ ຮັບຮອງເອົາ. ເອື້ອຍ ຫງວຽນເວີນແອງ, ເມືອງ ຮາຍບ໋າຈຶງ, ຮ່າໂນ້ຍ ແບ່ງປັນວ່າ:

        “ໃນການພົບປະກັບຜູ້ມີສິດເລືອກຕັ້ງຄັ້ງຕ່າງໆ, ທ່ານປະທານປະເທດເຈິ່ນດ້າຍກວາງ ລ້ວນແຕ່ຮັບຟັງຄຳເຫັນຂອງປະຊາຊົນ, ກໍ່ຄືແບ່ງປັນທັດສະນະຂອງຕົນໃນຖານະເປັນຜູ້ນຳປະເທດຊາດ, ກໍ່ຄືຕົວແທນຂອງປະຊາຊົນເພື່ອໃຫ້ຜູ້ມີສິດເລືອກຕັ້ງເຂົ້າໃຈ ແລະ ກຳແໜ້ນບັນດາແນວທາງນະໂຍບາຍຂອງພັກ ແລະ ລັດ. ດັ່ງນັ້ນ, ຜູ້ມີສິດເລືອກຕັ້ງມີຄວາມອຸ່ນອ່ຽນໃຈກ່ວາ, ຝາກຝັງຄວາມເຊື່ອໝັ້ນໄວ້ນຳເຂົ້າເປັນຕົວແທນຂອງປະຊາຊົນ”

        ແຕ່ລະເທື່ອ, ເມື່ອພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ລ້ວນແຕ່ຈົດບັນທຶກບັນດາຄຳເຫັນ, ເນື້ອໃນສ່ອງແສງຂອງຜູ້ມີສິດເລືອກຕັ້ງ. ເມື່ອຕອບຄຳຖາມ, ຍາມໃດທ່ານກໍ່ພະຍາຍາມຕອບທຸກຄຳເຫັນຂອງຜູ້ມີສິດເລືອກຕັ້ງ…

(​ແຫຼ່ງຄັດ​ຈາກ VOV)



top