ຂ່າວສານ

ປະຊາຊົນໃນທົ່ວປະເທດຕ້ອນຮັບບຸນເຕັດດ້ວຍຄວາມປິຕິຊົມຊື່ນ

ຜ່ານໄລຍະ 2 ປີເກີດໂລກລະບາດ, ຕ້ອງຢຸດຕິການຍິງບັ້ງໄຟດອກ, ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2023, ຮ່າໂນ້ຍ ໄດ້ຈັດການຍິງບັ້ງໄຟດອກຢູ່ 30 ສະຖານທີ່.
(ຮ່າໂນ້ຍ ໄດ້ຈັດການຍິງບັ້ງໄຟດອກຢູ່ 30 ສະຖານທີ່)

ຜ່ານໄລຍະ 2 ປີເກີດໂລກລະບາດ, ຕ້ອງຢຸດຕິການຍິງບັ້ງໄຟດອກ, ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2023, ຮ່າໂນ້ຍ ໄດ້ຈັດການຍິງບັ້ງໄຟດອກຢູ່ 30 ສະຖານທີ່, ຈັດເຂດສະແດງສິລະປະ, ລະຫຼິ້ນບັນເທິງ ເພື່ອຮັບໃຊ້ປະຊາຊົນຕ້ອນຮັບບຸນເຕັດປີແມວ ດ້ວຍຄວາມປິຕິຊົມຊື່ນ.

ຢູ່ນະຄອນ ໂຮ່ຈີມິນ, ບັນດາສະຖານທີ່ສາມາດຮັບຊົມການຍິງບັ້ງໄຟດອກຢູ່ເຂດໃຈກາງ ມີປະຊາຊົນມາເຕົ້າໂຮມເປັນຈຳນວນຫຼວງຫຼາຍ. ພິເສດແມ່ນເຂດສວນສາທາລະນະ ແບກດັ່ງ, ເສັ້ນທາງ ໂຕນດຶກທັງ.

ຢູ່ນະຄອນ ດ່ານັ້ງ ໄດ້ຍິງບັ້ງໄຟດອກຢູ່ 3 ແຫ່ງ. ເຖິງວ່າອາກາດໜາວໆກໍ່ຕາມ, ແຕ່ມີປະຊາຊົນທ້ອງຖິ່ນ ແລະ ແຂກທ່ອງທ່ຽວນັບພັນຄົນ ໄດ້ເຕົ້າໂຮມຢູ່ອ້ອມໜອງ ຊວັນເຮືອງ (ດ່າລາດ, ເລິມດົ່ງ) ຮັບຊົມການຍິງບັ້ງໄຟດອກທີ່ງາມຕາ. ຢູ່ແຂວງ ບິ່ງເຢືອງ ກໍ່ຈັດການຍິງບັ້ນໄຟດອກຢູ່ 8 ແຫ່ງໃນທົ່ວແຂວງ.

ໃນຂະນະນັ້ນ, ນະຄອນ ເຊີນລາ, ແຂວງ ເຊີນລາ; ແຂວງ ດັກລັກ ມີປະຊາຊົນຫຼາຍຄົນໄດ້ເຕົ້າໂຮມຢູ່ບັນດາເຂດຍິງບັ້ງໄຟດອກຕ້ອນຮັບບຸນເຕັດ.

 


top