ປະຊາຊົນບັນດາເມືອງເກາະຕ້ອນຮັບບຸນເຕັດຢ່າງຟົດຟື້ນມ່ວນຊື່ນ
(ພາບ: nld)
ລິ໋ເຊີນ ແມ່ນເມືອງເກາະ ຂຶ້ນກັບແຂວງ ກວາງງ້າຍ, ເຖິງວ່າຫ່າງໄກຈາກເຂດດິນຕໍ່ແຜ່ນ, ແຕ່ບັນຍາກາດຕ້ອນຮັບບຸນເຕັດ ມີຄວາມຟົດຟື້ນ, ມ່ວນຊື່ນ. ມີກ່ຳປັ່ນຫາປາຂຸດຄົ້ນສິນໃນນ້ຳຂອງຊາວປະມົງລິ໋ເຊີນ ທີ່ຫາປາຢູ່ເຂດທະເລທີ່ເປັນມູນເຊື້ອແມ່ນຮ່ວາງຊາ ແລະ ເຈືອງຊາ ກໍເຂົ້າທຽບທ່າເພື່ອຂາຍສິນທະເລ, ສ້ອມແປ່ງເຮືອຫາປາເພື່ອຕ້ອນຮັບບຸນເຕັດ. ກ້າວເຂົ້າສູ່ປີໃໝ່, ອ້າຍ ດັ້ງມິງຢຽນ, ຊາວປະມົງຕາແສງລອງຫາຍ, ເມືອງເກາະ ຟຸ໋ກຸຍ, ແຂວງບິ່ງທ້ວນ ຫວັງວ່າ.
“ສຳລັບຂ້າພະເຈົ້າກໍຄືຊາວປະມົນໃນເກາະ ຟຸ໋ກຸຍ, ປາດຖະໜາວ່າສິນໃນນ້ຳຈະຮັກສາລາຄາເປັນປົກກະຕິ. ພວກຂ້າພະເຈົ້າກໍຫວັງວ່າ, ລັດ ປະກາດບັນດານະໂຍບາຍໃໝ່ ເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ອອກຝັ່ງຫາປາ”.
(ແຫຼ່ງຄັດຈາກ VOV)