ປະຊາຊົນທົ່ວປະເທດ ເຂົ້າໄວ້ອາໄລ ໃນສຸສານປະທານ ໂຮ່ຈີມິນ ເນື່ອງໃນໂອກາດລະນຶກເຖິງວັນຄ້າຍວັນເກີດຄົບຮອບ 135 ປີຂອງເພິ່ນ

 

ນັບແຕ່ເຊົ້າວັນທີ 18 ພຶດສະພາ, ປະຊາຊົນຫຼາຍພັນຄົນ ຈາກທົ່ວທຸກສາລະທິດ ຂອງປະເທດ ໄດ້ພ້ອມກັນເດີນທາງສູ່ເຂດສະໜາມຫຼວງ ບາດິ່ງ ເພື່ອເຂົ້າໄວ້ອາໄລໃນສຸສານປະທານ ໂຮ່ຈີມິນ ເນື່ອງໃນໂອກາດລະນຶກເຖິງວັນຄ້າຍວັນເກີດຄົບຮອບ 135 ປີຂອງເພິ່ນ (ວັນທີ 19 ພຶດສະພາ 1890 - ວັນທີ 19 ພຶດສະພາ 2025). ກະແສຜູ້ຄົນລຽນແຖວລໍຖ້າຊ່ວງເວລາໄດ້ເຂົ້າສຸສານ ເພື່ອສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນອັນລົ້ນເຫຼືອ ຕໍ່ຜູ້ນຳທີ່ນັບຖືຮັກແພງຂອງປວງຊົນທັງຊາດ.

 


top