ຂ່າວສານ

ປະຊາຊົນທຸກຄົນຈົ່ງຕັ້ງໜ້າ ເປັນເຈົ້າການໃນການສະໜອງຂໍ້ມູນຂ່າວສານກ່ຽວກັບໂລກລະບາດໂຄວິດ - 19

      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດເກີດໂລກລະບາດຈົ່ງນຳໃຊ້ບັນດາສື່ສັງຄົມອອນລາຍຢ່າງສຸດຂີດເພື່ອສະໜອງຂໍ້ມູນ ໃຫ້ແກ່ກຸ່ມຂໍ້ມູນ, ກະຊວງສາທາລະນະສຸກ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ  - 19 ກ່ຽວກັບຜູ້ທີ່ສຳຜັດກັບຜູ້ຕິດເຊື້ອພະຍາດໂຄວິດ - 19 ທຸກຄົນ. 
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ແລກປ່ຽນກັບກຸ່ມຂໍ້ມູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍໄວ (ພາບ: VGP)
      ຕອນເຊົ້າວັນທີ 1 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮັບຟັງ ກຸ່ມຂໍ້ມູນ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍໄວ ລາຍງານກ່ຽວກັບວຽກງານຊອກຫາເຊື້ອພະຍາດໂຄວິດ - 19 ໃນໄລຍະທີ່ຜ່ານມາ.
            ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດເກີດໂລກລະບາດຈົ່ງນຳໃຊ້ບັນດາສື່ສັງຄົມອອນລາຍຢ່າງສຸດຂີດເພື່ອສະໜອງຂໍ້ມູນ ໃຫ້ແກ່ກຸ່ມຂໍ້ມູນ, ກະຊວງສາທາລະນະສຸກ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ  - 19 ກ່ຽວກັບຜູ້ທີ່ສຳຜັດກັບຜູ້ຕິດເຊື້ອພະຍາດໂຄວິດ - 19 ທຸກຄົນ. ສິ່ງດັ່ງກ່າວ, ບໍ່ພຽງແຕ່ຈະປ້ອງກັນຕົນເອງເທົ່ານັ້ນ ຫາກຍັງໄດ້ຮັບປະກັນຄວາມປອດໄພໃຫ້ທົ່ວຊຸມຊົນອີກດ້ວຍ.
 (ແຫຼ່ງຄັດຈາກ VOV)
 


top