ຂ່າວສານ

ປະຊາຊົນກວ່າ100 ລ້ານຄົນໃນໂລກຕ້ອງຍ້າຍຖິ່ນຖານຍ້ອນການປະທະກັນ, ການໃຊ້ຄວາມຮຸນແຮງໃນ 6 ເດືອນຕົ້ນປີ 2022

ຍອດຈຳນວນຊາວອົບພະຍົບ ແລະ ຜູ້ຕ້ອງການການຫນູນຊ່ວຍ, ປົກປ້ອງໃນທົ່ວໂລກ ໄດ້ເພີ່ມຂຶ້ນ 24% ຈາກ 25,7 ລ້ານຄົນໃນທ້າຍປີ 2021 ຂຶ້ນເຖິງ 32 ລ້ານຄົນໃນກາງປີ 2022.
  ໃນ 6 ເດືອນຕົ້ນປີ 2022 ປະຊາຊົນກວ່າ100 ລ້ານຄົນໃນໂລກຕ້ອງຍ້າຍຖິ່ນຖານຍ້ອນການປະທະກັນ. ພາບ:TTXVN  

 ໃນບົດລາຍງານປະກາດເມື່ອວັນທີ 28 ຕຸລາ, ຂ້າຫລວງໃຫຍ່ ສປຊ ຮັບຜິດຊອບກ່ຽວກັບຊາວອົບພະຍົບ (UNHCR) ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີນີ້ ຈຳນວນປະຊາຊົນຕ້ອງປະລະເຮືອນຊານບ້ານຊ່ອງຍ້ອນການປະທະກັນ, ການໃຊ້ຄວາມຮຸນແຮງ ແລະ ຂາດສະຖຽນລະພາບໃນທົ່ວໂລກ ແມ່ນເພີ່ມຂຶ້ນເຖິງ 103  ລ້ານຄົນ, ໝາຍຄວາມວ່າ 77 ຄົນໃນໂລກມີຜູ້ຫນຶ່ງຕ້ອງຍ້າຍໄປຢູ່ບ່ອນປອດໄພ.

UNHCR ກໍ່ໃຫ້ຮູ້ວ່າ: ຍອດຈຳນວນຊາວອົບພະຍົບ ແລະ ຜູ້ຕ້ອງການການຫນູນຊ່ວຍ, ປົກປ້ອງໃນທົ່ວໂລກ ໄດ້ເພີ່ມຂຶ້ນ 24% ຈາກ 25,7 ລ້ານຄົນໃນທ້າຍປີ 2021 ຂຶ້ນເຖິງ 32 ລ້ານຄົນໃນກາງປີ 2022.ໄລ່ຮອດທ້າຍເດືອນ ມິຖຸນາຜ່ານມາ, 56% ຈຳນວນຊາວອົບພະຍົບແມ່ນ ຊາວ ຊີຣີ, ເວເນຊູເອລາ ຫລື ຢູແກຼນ. ຕວກກີ ໄດ້ຕ້ອນຮັບຊາວອົບພະຍົບ 3,7 ລ້ານຄົນ, ແມ່ນຕົວເລກສູງສຸດໃນທົ່ວໂລກ. ຖັດຈາກນັ້ນແມ່ນ ໂກລົມບີ, ເຢຍລະມັນ, ປາກິສະຖານ ແລະ ອູການດາ.


top