ຂ່າວສານ

ປະຊາຄົມອາຊຽນສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ເມັກຊິກໂກ

      ວັນທີ 06 ຕຸລາ, ຄະນະກຳມະການອາຊຽນ (ລວມມີ: ມາເລເຊຍ, ອິນໂດເນເຊຍ, ຟີລິບປີນ, ໄທ ແລະ ຫວຽດນາມ) ປະຈຳເມຊີໂກ (ACMC) ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສະພາກາແດງເມັກຊີກໂກ

ປະຊາຄົມອາຊຽນສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ເມັກຊິກໂກ
(ພາບ: Vietnam+)  
      ເພື່ອມອບເງິນສະໜັບສະໜູນໃຫ້ບັນດາຜູ້ຖືກເຄາະຮ້າຍຈາກເຫດແຜ່ນດິນໄຫວປະຫວັດສາດ 2 ຄັ້ງ ເຊິ່ງເກີດຂຶ້ນໃນວັນທີ 07 ແລະ 19 ກັນຍາ ຜ່ານມາ ຢູ່ທາງທິດກາງຕາເວັນຕົກສ່ຽງໃຕ້ພາກກາງຂອງປະເທດນີ້. ກ່າວຄຳເຫັນທີ່ການພົບປະ, ທ່ານເອກເອັກຄະລັດຖະທູດມາເລເຊຍ Mohammad Azhar Mazlan ໄດ້ຕາງໜ້າຄະນະກຳມະການຝາກຄຳຢື້ຢາມຖາມຂ່າວ, ແບ່ງປັນຄວາມເສົ້າສະຫຼົດໃຈຂອງລັດຖະບານ ແລະ ປະຊາຊົນບັນດາປະເທດອາຊຽນ ຕໍ່ບັນດາຄອບຄົວຜູ້ປະສົບເຄາະຮ້າຍ ແລະ ສະແດງຄວາມເຊື່ອໝັ້ນວ່າ, ປະຊາຊົນເມັກຊີກໂກ ຈະຜ່ານມາຄວາມຫຍຸ້ງຍາກນີ້ ແລະ ກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ. ທ່ານເອກອັກຄະລັດຖະທູດ Mazlan ໄດ້ມອບເງິນເຊັກທີ່ມີມູນຄ່າ 2.800 USD ໃຫ້ທ່ານເລຂາທິການໃຫຍ່ສະພາກາແດງເມັກຊີກໂກ.
 (ແຫຼ່ງຄັດຈາກ VOV)

top