ຂ່າວສານ

ປະຊາຄົມຊາວຫວຽດນາມ ອາໄສຢູ່ ມາເກົາ (ຈີນ) ພົບປະຍາມຕົ້ນລະດູບານໃໝ່ປີສະຫຼູ 2021

      ເຂົ້າຮ່ວມໃນງານນີ້, ແຂກຖືກເຊີນຍັງໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ມາເກົາ
ລາຍການສະແດງສິລະປະ
(ພາບ: TTXVN)
      ຕອນບ່າຍວັນທີ 14 ກຸມພາ, ຢູ່ເຂດປົກຄອງພິເສດ ມາເກົາ (ຈີນ), ສະມາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ ມາເກົາ ໄດ້ຈັດງານພົບປະຍາມຕົ້ນລະດູບານໃໝ່ປີສະຫຼູ 2021. ກ່າວຄຳເຫັນທີ່ການພົບປະ, ທ່ານ ເຢືອງຈູງດຶກ, ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຢູ່ ມາເກົາ ໃຫ້ຮູ້ວ່າ, ປີ 2020 ສະມາຄົມໄດ້ເລີ່ມເຄື່ອນໄຫວ ແລະ ນຳມາເຊິ່ງຜົນງານຫຼາຍຢ່າງໃນການຊ່ວຍເຫຼືອປະຊາຄົມຊາວຫວຽດນາມ, ບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ, ແກ້ໄຂບັນຫາສິດຜົນປະໂຫຍດໃຫ້ບັນດາສະມາຊິກ. ນອກນັ້ນ, ເຂົ້າຮ່ວມໃນງານນີ້, ແຂກຖືກເຊີນຍັງໄດ້ຮັບຊົມບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ມາເກົາ ອີກດ້ວຍ.
(ແຫຼ່ງຄັດຈາກ VOV)


top